ຈຸດໝາຍຂອງ ຫວຽດນາມ ແມ່ນສ້າງກົນໄກ, ນະໂຍຍາຍໃຫ້ສົມບູນແບບ ເພື່ອພັດທະນາຕະຫລາດຫຼັກຊັບ

(VOVWORLD) - ກ່າວຄຳເຫັນທີ່ພິທີເປີດສະຫຼອງຕະຫລາດຫຼັກຊັບເຄື່ອງມືການເງິນ ຫວຽດນາມ ໃນຕອນເຊົ້າວັນທີ 10 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ສະເໜີການນຳໃຊ້ຕະລາດຫຼັກຊັບເຄື່ອງມືການເງິນຕ້ອງລຸລ່ວງ ແລະ ເປັນປົກກະຕິ, ຮັບປະກັນການກະຈ່າງແຈ້ງ ແລະ ມີປະສິດທິຜົນ.
ຈຸດໝາຍຂອງ ຫວຽດນາມ ແມ່ນສ້າງກົນໄກ, ນະໂຍຍາຍໃຫ້ສົມບູນແບບ ເພື່ອພັດທະນາຕະຫລາດຫຼັກຊັບ - ảnh 1 ພິທີເປີດສະຫຼອງຕະຫລາດຫຼັກຊັບເຄື່ອງມືການເງິນ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດແມ່ນສົ່ງເສີມ ເພື່ອພັດທະນາຕະຫລາດທຶນຮອນ ແລະ ຫຼັກຊັບ ກາຍເປັນເຄື່ອງມືສຳຄັນໃນການລະດົມທຶນຮອນ, ພັດທະນາ, ພິເສດແມ່ນທຶນຮອນໄລຍະກາງ ແລະ ໄລຍະຍາວ ດ້ວຍຈຸດໝາຍແມ່ນ ພັດທະນາຕະຫລາດຫຼັກຊັບ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ຄວນສືບຕໍ່ສ້າງສຳເລັດລະບຽບ, ກົນໄກນະໂຍບາຍກ່ຽວກັບຕະຫລາດຫຼັກຊັບຢ່າງຮີບເຮັ່ງ ເພື່ອໃຫ້ເໝາະສົມກັບພຶດຕິກຳຕົວຈິງ ຫວຽດນາມ ແລະ ທຳນຽມສາກົນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຊີ້ແຈ້ງວ່າ:

        “ຕະຫລາດຫຼັກຊັບເຄື່ອງມືການເງິນ ມີຈຸດພິເສດຕ່າງກັບຕະຫລາດພື້ນຖານ. ເມື່ອພວກເຮົານຳຕະຫລາດຫຼັກຊັບເຄື່ອງມືເຂົ້າການເຄື່ອນໄຫວ, ທີ 1 ແມ່ນຫັນຜະລິດຕະພັນສິນຄ້າເປັນຫລາຍຮູບຫລາຍແບບ, ເພີ່ມທະວີການແລກປ່ຽນສິນຄ້າ ແລະ ຄວາມສາມາດຊຳລະເງິນຂອງຕະຫລາດ, ແບ່ງປັນຄວາມສ່ຽງ, ພ້ອມທັງສ້າງກາລະໂອກາດໃຫ້ບັນດານັກລົງທຶນ ມີບັນດາໂອກາດເລືອກເຟັ້ນຜະລິດຕະພັນສິນຄ້າຕ່າງໆ ໃນຕະຫລາດຫຼັກຊັບ. ຄວນນຳໃຊ້ຕະຫລາດເຄື່ອງມືການເງິນຢ່າງລຸລ່ວງ ແລະ ເປັນປົກກະຕິ, ຮັບປະກັນຄວາມກະຈ່າງແຈ້ງ ແລະ ມີປະສິດທິຜົນ ດ້ວຍຫລາຍລະດັບ, ຫັນບັນດາຜະລິດຕະພັນສິນຄ້າເປັນຫລາຍຮູບຫລາຍແບບ ແຕ່ຂັ້ນງ່າຍດາຍຈົນເຖິງຂັ້ນສັບສົນ, ເພື່ອສອດຄ່ອງກັບລະດັບພັດທະນາຂອງຕະຫລາດຫຼັກຊັບ”

ຕອບກັບ

ຂ່າວ/ບົດ​ອື່ນ