ຈີນ ຂຸດຄົ້ນຄວາມສາມາດບົ່ມຊ້ອນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາຊຽນ

(VOVWORLD) - ຈີນ ແລະ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ. ດ້ວຍບັນດາຄວາມມານະພະຍາຍາມລວມຂອງປະເທດນີ້ິ້ ກັບ ອາຊຽນ
ຈີນ ຂຸດຄົ້ນຄວາມສາມາດບົ່ມຊ້ອນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາຊຽນ - ảnh 1(ພາບປະກອບ: The Jakarta Post)

        ກ່າວຄຳເຫັນທີ່ການພົບປະກັບວົງການສື່ມວນຊົນຢູ່ ຕາກາຕາ, ປະເທດ ອິນໂດເນເຊຍ, ໃນວັນທີ 15 ມິຖຸນາ, ທ່ານເອກອັກຄະລັດຖະທູດ ເຫົາຢຽນຈີ, ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ອາຊຽນ, ຖືວ່າ, ຈີນ ແລະ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ. ດ້ວຍບັນດາຄວາມມານະພະຍາຍາມລວມຂອງປະເທດນີ້ິ້ກັບ ອາຊຽນ, ການເຊື່ອມໂຍງເຂົ້າໃນເສດຖະກິດພາກພື້ນພວມມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ໃນ 5 ເດືອນຕົ້ນປີ 2023, ວົງເງິນການຄ້າລະຫວ່າງ 2 ຝ່າຍບັນລຸປະມານ 364 ຕື້ USD, ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ປີ 2023 ແມ່ນປີຮ່ວມມືພັດທະນາກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ ຈີນ - ອາຊຽນ, ຕາມນັ້ນແລ້ວ ມີຫຼາຍການເຄື່ອນໄວຈະໄດ້ຜັນຂະຫຍາຍ, ຈະຊ່ວຍຍູ້ແຮງການພັດທະນາກະສິກຳຄຸນນະພາບສູງຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ