ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີຈັດຕັ້ງກອງປະຊຸມສຸດຍອດ 3 ຝ່າຍໂດຍໄວ

ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີຈັດຕັ້ງກອງປະຊຸມສຸດຍອດ 3 ຝ່າຍໂດຍໄວ - ảnh 1
ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ເຫັນດີຈັດຕັ້ງກອງປະຊຸມສຸດຍອດ 3 ຝ່າຍໂດຍໄວ
(ພາບປະກອບ: TTXVN)


(vovworld) – ​​ວັນ​ທີ 21/03, ບັນດາ​ລັດຖະມົນຕີ​ວ່າ​ການກະຊວງການ​ຕ່າງປະ​ເທດ ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ເກືອບ 3 ປີຜ່ານມາ ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ​ໂດຍ​ໄວ. ​ໃນ​ຖະ​ແຫຼ​ງການ​ຮ່ວມທີ່​ໄດ້​ຍົກ​ອອກ​ມາພາຍຫຼັງ​ກອ​ງປະຊຸມ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ປະ​ເທດສ.​ເກົາຫຼີ ມາ​ເປັນ​ເວລາ 1 ວັນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ Yun Byung se ພ້ອມ​ກັບ​ຄູ່​ຕໍາ​ແໜ່​ງຈີນ ວາງ​ອີ ​ແລະ ຄູ່ຕຳ​ແໜ່​ງຍີ່ປຸ່ນ Fumio Kishida ​​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ ​ໃນ​ຈຸດ​ເວລາ​ສະດວກ ​ໃນ​ໄລຍະ​ໄວ​ທີ່​ສຸດ. ຖະ​ແຫຼ​ງການ​ຍັງ​ຊີ້​ແຈ້ງວ່າ, 3 ປະ​ເທດ​ຈະ​ປະຕິບັດ​ຈິດ​ໃຈ “ປະ​ເຊີນ​ໜ້າ​ກັບ​ປະຫວັດສາດ, ​ເພື່ອ​ມຸ່ງ​ໄປ​ເຖິງ​ອະນາຄົດ” ​ເພື່ອ​ແກ້​ໄຂ​ທຸກ​ບັນຫາ​ທີ່​ກ່ຽວ​ຂ້ອງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື 3 ຝ່າຍ. ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກໍ່​ຕັດສິນ​ໃຈ​ຄັດ​ຄ້ານ​ເລື່ອງ​ພັດທະນາ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ