ຈິນ ຖະແຫຼງຈະບໍ່ໂອ້ລົມ ສົນທະນາກັບນາຍົກ ລັດຖະມົນຕີ ຍີ່ປູນ
ທ່ານນາຍົກລັດຖະມົນຕີ ຍີ່ປູນ Shinzo Abe ມາຢ້ຽມຢາມພະວິຫານ Yasukuni
(ພາບ: Wire)
(vovworld) - ຈິນ ຖະແຫຼງຈະບໍ່ໂອ້ລົມສົນທະນາກັບນາຍົກລັດຖະມົນຕີ ຍີ່ປູນ ແມ່ນປະຕິກິລິຍາຂອງຝ່າຍ ຈິນ ພາຍຫຼັງທ່ານນາຍົກລັດຖະມົນຕີ ຍີ່ປູນ Shinzo Abe ມາຢ້ຽມຢາມພະວິຫານ Yasukuni, ທີ່ນະຄອນຫຼວງ ໂຕກຽວ, ຍີ່ປູນ, ວັນທີ 26/12. ທີ່ກອງປະຊຸມນັກຂ່າວນັດສາມັນເມື່ອ 30/12, ໂຄສົກຂອງກະຊວງການຕ່າງປະເທດຈີນ ຈິນກາງ ຖືວ່ານາຍົກລັດຖະມົນຕີ ຍີ່ປູນ ໄດ້ “ອັດປະຕູການໂອ້ລົມສົນທະນາ” ກັບບັນດາຜູ້ນຳ ຈີນ ເມື່ຶອດຳເນີນການຢ້ຽມຢາມດັ່ງກ່າວ ແລະ ການເຄື່ອນໄຫວພິຈາລະນາລະຫວ່າງສອງປະເທດພຽງຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ເມື່ອ ນາຍົກລັດຖະມົນຕີ Shinzo Abe ຍອມຮັບຄວາມຜິດພາດຕ່າງໆກ່ຽວກັບບັນດາບັນຫາລະຫວ່າງສອງປະເທດນັບແຕ່ເມື່ອທ່ານໄດ້ຮັບດຳລົງແໜ່ງກ່ອນນີ້ໜຶ່ງປີ.
ນີ້ແມ່ນເທື່ອທຳອິດໃນ 7 ປີຜ່ານມາທີ່ ນາຍົກລັດຖະມົນຕີ ຍີ່ປູນ ທ່ານໜຶ່ງມາຢ້ຽມຢາມພະວິຫານທີ່ໄດ້ກໍ່ຄວາມໂຕ້ຖຽງຊຶ່ງແມ່ນສະຖານທີ່ບູຊາບັນດາພົນທະຫານ ຍີ່ປູນ ເສຍສະຫຼະຊີວິດໃນສົງຄາມ. ຢູ່ພະວິຫານດັ່ງກ່າວກໍ່ບູຊາອາດຊະຍາກອນສົງຄາມບາງຄົນ, ດັ່ງນັ້ນການຢ້ຽມຢາມຕ່າງໆຂອງບັນດາເຈົ້າໜ້າທີ່ ຍີ່ປູນ ຍາມໃດກໍ່ສ້າງໃຫ້ມີປະຕິກິລິຍາຢ່າງແຮງຈາກ ຈີນ ແລະ ສ.ເກົາຫຼີ ຊຶ່ງສອງຝ່າຍຖືວ່າ ພະວິຫານ Yasukuni ແມ່ນສັນຍາລັກຂອງລັດທິຂຸນເສິກ ຍີ່ປູນ ໃນອະດີດຕະການ.