ຈີນ ສືບຕໍ່ຊຸກຍູ້ມາດຕະການດ້ານການເມືອງຢູ່ ຢູແກຼນ

(VOVWORLD) - ຄວາມປາດຖະໜາຂອງ ປັກກິງ ແມ່ນຈະສືບຕໍ່ເພີ່ມທະວີການເຈລະຈາ ແລະ ແລກປ່ຽນກັບທຸກຝ່າຍ ເພື່ອສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ຈີນ ສືບຕໍ່ຊຸກຍູ້ມາດຕະການດ້ານການເມືອງຢູ່ ຢູແກຼນ - ảnh 1ໂຄສົກກະຊວງການຕ່າງປະເທດ ທ່ານນາງ ໝາວໜິງ
(ພາບ: Kyodo/TTXVN)

        ວັນທີ 29 ພຶດສະພາ, ໂຄສົກກະຊວງການຕ່າງປະເທດ ທ່ານນາງ ໝາວໜິງ ຢືນຢັນວ່າ ປັກກິ່ງ ຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການເຈລະຈາສັນຕິພາບ ເພື່ອແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ທ່ານນາງ ໝາວໜິງ ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ເມື່ອເວົ້າເຖິງການໄປຢ້ຽມຢາມ ຢູແກຼນ, ລັດເຊຍ, ໂປໂລຍ, ເຢຍລະມັນ ແລະ ຝລັ່ງ ໃນລະຫວ່າງວັນທີ 15-26 ພຶດສະພາຂອງທ່ານ ລີຄວຍ, ທູດພິເສດຂອງ ຈີນ ກ່ຽວກັບບັນດາບັນຫາ ອາຊີ - ເອີລົບ. ທ່ານນາງ ໃຫ້ຮູ້ ຄວາມປາດຖະໜາຂອງ ປັກກິງ ແມ່ນຈະສືບຕໍ່ເພີ່ມທະວີການເຈລະຈາ ແລະ ແລກປ່ຽນກັບທຸກຝ່າຍ ເພື່ອສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນແກ້ໄຂວິກິດການ ຢູແກຼນ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເດນມາກ Mette Ferderiksen ໄດ້ປະກາດແຜນການໜູນຊ່ວຍດ້ານການທະຫານໃຫ້ ຢູແກຼນ ທີ່ມີມູນຄ່າ 2,59 ຕື້ USD ໃນປີ 2023 ແລະ 2024.

ຕອບກັບ

ຂ່າວ/ບົດ​ອື່ນ