ຈີນ ສະເໜີໃຫ້ ອາເມລິກາ ຮັກສາການພົວພັນ 2 ຝ່າຍເປັນປົກກະຕິ

(VOVWORLD) - ການພົວພັນ ຈີນ - ອາເມລິກາ ມີຄວາມໝາຍຢ່າງໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບ ຈີນ ແລະ ອາເມລິກາ ເທົ່ານັ້ນ, ຫາກນັບທັງຢູ່ໃນໂລກອີກດ້ວຍ.

        ວັນທີ 08 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິນກາງ ໄດ້ພົບປະກັບທ່ານເອກອັກຄະລັດຖະທູດ ອາເມລິກາ Nicholas Burns ຢູ່ນະຄອນຫຼວງ ປັກກິງ, ປະເທດ ຈີນ.

        ກ່າວຄຳເຫັນທີ່ການພົບປະຄັ້ງທຳອິດກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ປັກກິງ Nicholas Burns ພາຍຫຼັງທ່ານຍືນສານຕາຕັ້ງຢ່າງເປັນທາງການໃນເດືອນ ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈິນກາງ ຢືນຢັນວ່າ, ການພົວພັນ ຈີນ - ອາເມລິກາ ມີຄວາມໝາຍຢ່າງໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບ ຈີນ ແລະ ອາເມລິກາ ເທົ່ານັ້ນ, ຫາກນັບທັງຢູ່ໃນໂລກອີກດ້ວຍ. ສະນັ້ນ, ໜ້າທີ່ຮີບດ່ວນໃນປະຈຸບັນແມ່ນຮັກສາການພົວພັນ ຈີນ - ອາເມລິກາ ເປັນປົກກະຕິ, ຫຼີກລ້ຽງສະພາບຊຸດໂຊມ ແລະ ຈຳກັດການເກີດສາຍເຫດນອກຄວາມຫວັງ. ທ່ານກໍ່ຮຽກຮ້ອງໃຫ້ ອາເມລິກາ “ເຄົາລົບຂີດຈຳກັດ ແລະ ຂີດໝາຍແດງຂອງ ຈີນ…, ພິເສດແມ່ນແກ້ໄຂບັນຫາ ໄຕຫວັນ ໃຫ້ຖືກຕ້ອງ”, ຢຸດຕິການບໍ່ປະຕິບັດຕາມຫຼັກການ “ປະເທດ ຈີນ ໜຶ່ງດຽວ”, ພ້ອມທັງຢືດໝັ້ນແກ້ໄຂບັນດາເຫດການນອກຄວາມຫວັງໃນການພົວພັນຂອງ 2 ປະເທດຢ່າງມີວິຊາຊີບ ແລະ ສະພາບຕົວຈິງ, ຫຼີກລ້ຽງສົ່ການງຜົນສະທ້ອນເຖິງການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ