ເຂດໝູ່ເກາະSenkaku/ຕ້ຽວອີ
(ພາບ:ອິນເຕີແນັດ)
(TTX)- ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ໄດ້ຮຽກຮ້ອງໃຫ້ການເພີ່ມທະວີຜົນສັກສິດດ້ານກົດໝາຍເພື່ອແກ້ໄຂບັນດາການພິພາດອະທິປະໄຕເຂດທະເລໝູ່ເກາະໂດຍສັນຕິວິທີ ໃນບົດກ່າວປາໄສຫວ່າງແລ້ວນີ້ ຕໍ່ໜ້າສະມັດຊາໃຫ່ຍ ສປຊ ຊື່ງພວມຈັດການປະຊຸມຢູ່ນິວຢອກ ປະເທດອາເມລິກາ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ໄດ້ປະກາດວ່າຈະປົກປັກຮັກສາເຂດດິນແດນຍີ່ປຸ່ນ ຈົນສຸດຄວາມສາມາດ ພ້ອມທັງໄດ້ຕຳນິຕິຕຽນບັນດາປະເທດມີກົນອຸບາຍຈັດວາງເຈດຈຳນົງຕໍ່ປະເທດອື່ນໆດ້ວຍກຳລັງປະກອບອາວຸດຫຼືການນາບຂູ່. ທີ່ການປະຊຸມຂ່າວຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນ ຕີຍີ່ປຸ່ນ Yosshiko Noda ຢັ້ງຢືນວ່າ “ບໍ່ສາມາດເຈລະຈາ“ ກັບຈີນ ກ່ຽວກັບບັນຫາອະທິປະໄຕສຳລັບເຂດໝູ່ເກາະພິພາດກັນຢູ່ທະເລຮົວຕຸງ ຊື່ງໂຕກຽວ ເອີ້ນຍວ່າ Senkaku ສ່ວນຝ່າຍຈີນ ເອີ້ນວ່າ ຕ້ຽວອີ ພ້ອມທັງກ່າວປະນາມບັນດາການກະທຳບຸກໂຈມຕີດ້ວຍການໃຊ້ຄວາມຮຸນແຮງແນ່ໃສ່ບັນດາຜົນປະໂຫຍດຂອງຍີ່ປຸ່ນ ຢູ່ຈີນ.
ພາຍຫຼັງບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda , ຈີນ ແລະ ສ.ເກົາຫຼີ ໄດ້ອອກສຽງຄັດຄ້ານ. ໃນຖະແຫຼງການເປັນລາຍລັກອັກສອນເມື່ອວັນທີ 27/9, ໂຄສົກກະຊວງການຕ່າງປະເທດຈີນ ຈິນກາງ ໄດ້ໃຫ້ຮູ້ວ່າ: ຈີນ “ມີຄວາມເສຍຫັວງທີ່ສຸດ“ ແລະ “ຄັດຄ້ານທັດສະນະຂອງການນຳຍີ່ປຸ່ນ ກ່ຽວກັບບັນຫາເຂດໝູ່ເກາະທີ່ພິພາດກັນຢ່າງເຂັ້ມງວດ“.