ຈີນ ຮຽກຮ້ອງໃຫ້ ຍີ່ປຸ່ນ ບໍ່ແຊກແຊງເຂົ້າບັນຫາ ໄຕ້ຫວັນ

(VOVWORLD) - ທີ່ການເຈລະຈາ, ລັດຖະມົນຕີມົນຕີການຕ່າງປະເທດ ຈີນ ໄດ້ກະຕຸກຊຸກຍູ້ ຍີ່ປຸ່ນ ເຄົາລົບນັບຖືຫຼັກໝັ້ນ ແລະ ຄຳໝັ້ນສັນຍາໃນເອກະສານການເມືອງ 4 ສະບັບລະຫວ່າງ ຈີນ ແລະ ຍີ່ປຸ່ນ, “ບໍ່ແຊກແຊງເຂົ້າບັນຫາ ໄຕ້ຫວັນ ແລະ ບໍ່ກໍ່ຜົນເສຍຫາຍເຖິງອະທິປະໄຕຂອງຈີນ ພາຍໃຕ້ທຸກຮູບການ”
ຈີນ ຮຽກຮ້ອງໃຫ້ ຍີ່ປຸ່ນ ບໍ່ແຊກແຊງເຂົ້າບັນຫາ ໄຕ້ຫວັນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິ໋ນກາງ ໄດ້ເຈລະຈາກັບຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Yoshimasa Hayashi
(ພາບ: Reuters)

ວັນທີ 2 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິ໋ນກາງ ໄດ້ເຈລະຈາກັບຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Yoshimasa Hayashi ຢູ່ນະຄອນຫຼວງ ປັກກິ່ງ, ປະເທດຈີນ.

        ທີ່ການເຈລະຈາ, ລັດຖະມົນຕີມົນຕີການຕ່າງປະເທດ ຈີນ ໄດ້ກະຕຸກຊຸກຍູ້ ຍີ່ປຸ່ນ ເຄົາລົບນັບຖືຫຼັກໝັ້ນ ແລະ ຄຳໝັ້ນສັນຍາໃນເອກະສານການເມືອງ 4 ສະບັບລະຫວ່າງ ຈີນ ແລະ ຍີ່ປຸ່ນ, “ບໍ່ແຊກແຊງເຂົ້າບັນຫາ ໄຕ້ຫວັນ ແລະ ບໍ່ກໍ່ຜົນເສຍຫາຍເຖິງອະທິປະໄຕຂອງຈີນ ພາຍໃຕ້ທຸກຮູບການ”. ທ່ານ ຈິ໋ນກາງ ຖືວ່າ ການພົວພັນລະຫວ່າງຈີນ - ຍີ່ປຸ່ນ ພວມຍືນຢູ່ຕໍ່ໜ້າທັງກາລະໂອກາດ ແລະ ສິ່ງທ້າທາຍ ໃນສະພາບການໂລກຂາດຄວາມສະຖຽນລະພາບ. ຕາມທ່ານລັດຖະມົນຕີການຕ່າງປະເທດ ຈີນ ແລ້ວ, ການດຳລົງຊີວິດຮ່ວມໃນສັນຕິພາບ ແລະ ການຮ່ວມມືມິດຕະພາບ ແມ່ນ “ການເລືອກເຟັ້ນທີ່ຖືກຕ້ອງພຽງຢ່າງດຽວໃຫ້ແກ່ການພົວພັນ ຈີນ - ຍີ່ປຸ່ນ”.

        ສອງຝ່າຍກໍ່ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ຄື: ການຮ່ວມມືລະຫວ່າງ 3 ປະເທດ ອາຊີຕາເວັນອອກສ່ຽງເໜືອ, ສະພາບການໃນແຫຼມເກົາຫຼີ ແລະ ການປະຕິຮູບສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ