ຈີນ ແລະ ສປປ.ເກົາຫຼີ ກະກຽມຈັດການ ສົນທະນາຍຸດທະສາດຂະແໜງການທູດ

ຈີນ ແລະ ສປປ.ເກົາຫຼີ ກະກຽມຈັດການ ສົນທະນາຍຸດທະສາດຂະແໜງການທູດ - ảnh 1
(ພາບປະກອບ)

(vovworld) - ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນທ່ານ​ນາງ ຄວາ​ຈວນ​ຢິງ ປະກາດວ່າ ​ໃນ​ຂອບ​ເຂດ​ຂໍ້​ຕົກລົງ​ລະຫວ່າງ​ຂະ​ແໜງ​ການ​ທູດ​ຂອງ 2 ປະ​ເທດ ຈີນ ​ແລະ ສປປ.​ເກົາຫຼີ, 2 ຝ່າຍ​ຈະ​ດຳ​ເນີນ​ການສົນທະນາ​ຍຸດ​ທະ​ສາດ​ໃນ​ວັນ​ທີ 19/06 ຈະ​ມາ​ເຖິງ ຢູ່​ປັກ​ກິ​ງ. ທ່ານ​ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຈີນ ຈາງ​ເຢີຍຊວຍ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ຜູ້​ທີ​ໜຶ່ງ​ກະຊວງ​ການ​ຕ່າງປະ​ເທດສປປ.​ເກົາ​ຫຼີ Kim Kye Gwan ​ເປັນປະທານ​ຮ່ວມ​ການ​ສົນທະນາ. 2 ຝ່າຍ​ຈະແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າ​ຍ ​ແລະ ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ກໍ​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າ​ນຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາງ ຄວາ​ຈວນ​ຢິງ ຢືນຢັນ​ວ່າ ຍາມ​ໃດ​ຈີນ ກໍ​ຮັກສາ​ຫຼັກ​ໝັ້ນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ປອດ​ອາ​ວຸດ​ນິວ​ເຄຼຍ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ, ​ແກ້​ໄຂ​ບັນດາ​ບັນຫາ​ດ້ວຍ​ສັນຕິພາບ​ຜ່ານ​ການ​ເຈລະຈາ ​ແລະ ທາ​ບທາມ. ປັກ​ກິ​ງ ປາດ​ຖະໜາ​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຈົ່ງ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ແນ​ໃສ່​ດຳ​ເນີນ​ການ​ເຈລະຈາ 6 ຝ່າຍຄືນ​ໃໝ່​ໂດຍ​ໄວ.
ຂ່າວ/ບົດ​ອື່ນ