ຈີນ ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຄັ້ງທີ 3, ຊຸດທີ 13

(VOVWORLD) - ຕອນບ່າຍວັນທີ 21 ພຶດສະພາ, ຈີນ ໄດ້ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ ຄັ້ງທີ 3, ຊຸດທີ 13 ທີ່ຫໍສະພາປະຊາຊົນຢູ່ນະຄອນຫລວງ ປັກກິງ. 

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ອາງຢ໊າງ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງສະພາປຶກສາການເມືອງປະຊາຊົນ ໃຫ້ແກ່ພາລະກິດຂອງພັກກອມມູນິດ ແລະ ປະເທດ ຈີນ ໃນປີຜ່ານມາ, ໂດຍຖືວ່າ ສະພາປຶກສາຫາລືການເມືອງປະຊາຊົນ ໄດ້ສວມບົດບາດສຳຄັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ກໍ່ຄືການພັດທະນາຂອງປະເທດຊາດ.

ຈີນ ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຄັ້ງທີ 3, ຊຸດທີ 13 - ảnh 1 ຈີນ ໄຂກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຄັ້ງທີ 3, ຊຸດທີ 13 (ພາບ: TTXVN)

        ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະສຸມໃສ່ປຶກສາຫາລື ແລະ ເປັນເສນາທິການໃຫ້ແກ່ບັນດາບັນຫາ ຊື່ງປະຊາຊົນ, ຫາງສຽງຢູ່ພາຍໃນປະເທດ ແລະ ຕ່າງປະເທດມີຄວາມສົນໃຈທີ່ສຸດໃນປັດຈຸບັນ, ນັ້ນແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດ, ຟື້ນຟູເສດຖະກິດ, ຕ້ານການສໍ້ລາດບັງຫລວງ, ອຳນາດນິຕິບັນຍັດ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ຕາມແຜນການແລ້ວ, ກອງປະຊຸມສະພາປຶກສາຫາລືການເມືອງປະຊາຊົນແຫ່ງຊາດຈີນປີນີ້ ຈະດຳເນີນໃນເວລາ 1 ອາທິດ.

 

ຕອບກັບ

ຂ່າວ/ບົດ​ອື່ນ