ຈີນຍົກເລີກຄຳສັ່ງຫ້າມໄປທ່ອງທ່ຽວເຖິງສ.ເກົາຫຼີສ່ວນໜຶ່ງ

(VOVWORLD) -ວັນທີ 28 ພະຈິກ, ຈີນ ໄດ້ຍົກເລີກຄຳສັ່ງຫ້າມບັນດາຄະນະນັກທ່ອງທ່ຽວໄປສ.ເກົາຫຼີ ສ່ວນໜຶ່ງ ໃນສະພາບທີ່ເຊີອູ່ນ ແລະ ປັກກິງ ພວມປັບປຸງການພົວພັນ 2 ຝ່າຍ ເຊິ່ງເຄີຍເຄັ່ງຕຶງກ່ອນໜ້ານັ້ນ ຍ້ອນວ່າ ສ.ເກົາຫຼີ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) ຂອງອາເມລິກາ.
ຈີນຍົກເລີກຄຳສັ່ງຫ້າມໄປທ່ອງທ່ຽວເຖິງສ.ເກົາຫຼີສ່ວນໜຶ່ງ - ảnh 1 (ພາບປະກອບ: AFP/TTXVN)

ທີ່ບັນດາກອງປະຊຸມກ່ອນໜ້ານັ້ນໃນວັນດຽວກັນ, ກົມທ່ອງທ່ຽວແຫ່ງຊາດຈີນ ໄດ້ອອກຂໍ້ຕົກລົງອະນຸຍາດໃຫ້ບັນດາບໍລິສັດທ່ອງທ່ຽວຢູ່ປັກກິງ ແລະ ແຂວງ ຊານຕູງ ຂາຍບັນດາລາຍການທ່ອງທ່ຽວໄປສ.ເກົາຫຼີ. ຈີນ ອາດຈະຍົກເລີກຄຳສັ່ງຫ້າມໄປທ່ອງທ່ຽວຢູ່ສ.ເກົາຫຼີ ຕາມແຕ່ລະເຂດເທື່ອລະກ້າວ, ເລີ່ມຕົ້ນແຕ່ປັກກິງ ແລະ ຊານຕູງ.

ຕອບກັບ

ຂ່າວ/ບົດ​ອື່ນ