ທ່ານປະທານປະເທດຈີນສືຈິນຜິງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe
(ພາບ: AFP )
(vovworld)- ວັນທີ 28/12, ຈີນ ແລະ ຍີ່ປຸ່ນໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກລະຫວ່າງເຈົ້າໜ້າທີ່ລັດຖະບານສອງປະເທດທີ່ນະຄອນຫຼວງປັກກິງ ນັບແຕ່ການພົບປະທາງການລະຫວ່າງການນຳສອງປະເທດເມື່ອທ້າຍເດືອນ 11/2014 ຜ່ານມາ. ທ່ານ Yosuke Tagaki ລັດຖະມົນຕີຊ່ວຍວ່າການກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ແລະ ທ່ານເຊຍເຈິນຮວາ ຮອງປະທານຄະນະກຳມະການປະຕິຮູບ ແລະ ພັດທະນາແຫ່ງຊາດຈີນ ພ້ອມດ້ວຍເຈົ້າໜ້າລັດຖະບານ ແລະ ຜູ້ຕາງໜ້າບັນດາວິສາຫະກິດສອງປະເທດປະມານ 500 ທ່ານໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການປະຢັດພະລັງງານ ແລະ ແກ້ໄຂບັນດາບັນຫາສິ່ງແວດລ້ອມ. ກອງປະຊຸມຖືກຈັດຂຶ້ນໃນສະພາບຄວາມເຄັ່ງຕຶງລະຫວ່າງສອງປະເທດໄດ້ຫລຸດຜ່ອນລົງ ພາຍຫຼັງການພົບປະລະຫວ່າງ ທ່ານປະທານປະເທດຈີນສືຈິນຜິງ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe ໃນໂອກາດກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປກ) ຄັງທີ 22 ຈັດຂຶ້ນຢູ່ປັກກິງ ປະເທດຈີນ./.