(vovworld) - ບັນດາທ້ອງຖິ່ນຢູ່ຈີນ ພວມມານະພະຍາຍາມຍູ້ແຮງວຽກງານປ້ອງກັນ, ຕ້ານເຊື້ອໄວຣັດສັດປິກ H7N9 ພາຍຫຼັງພົບເຫັນຫຼາຍກໍ່ລະນີຕິດແປດໃສ່ຄົນ. ວັນທີ 12/02, ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ຊືຈວານ ຕ້ອງອັດປະຕູສະຖານທີ່ຂ້າຂາຍສັດປິກຢູ່ນະຄອນ ຊວາຍໜິງ ພາຍຫຼັງພົບເຫັນ 4 ຄົນຖືກຕິດໄວຣັດ H7N9 ໃນປີນີ້. ໃນຂະນະນັ້ນ, ອຳນາດການປົກຄອງແຂວງ ຄູ໋ໄປ່, ທາງພາກກາງຂອງຈີນ ກໍ່ສ້າງຕັ້ງບັນດາສູນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງໄວຣັດສັດປິກ H7N9 ຕິດໃສ່ຄົນ. ຕາມຄະນະກຳມະການສາທາລະນະສຸກ ແລະ ວາງແຜນຄອບຄົວຂອງທ້ອງຖິ່ນນີ້ໃນໄລຍະເວລາແຕ່ວັນທີ 01/01 – 09/02/2017, ທົ່ວແຂວງໄດ້ມີ 19 ຄົນຖືກຕິດໄວຣັດ H7N9.
ກ່ອນໜ້ານັ້ນ, ຢູ່ນະຄອນປັກກິງ ແລະ ບັນດາທ້ອງຖິ່ນຄື: ລຽວນິງ, ເຈງຊູ, ຊານຕູງ… ກໍ່ພົນເຫັນບັນດາຜູ້ຖືກຕິດໄວຣັດ H7N9 ໃນຊຸມມື້ຕົ້ນປີໃໝ່.