(ທ່ານ ດັ້ງມິງຄອຍ ແລະ ພະນັກງານ, ພາລະກອນ
ສະຖານທູດ ຫວຽດນາມ ປະຈຳ ຈີນ)
(vovworld) – ຕອນບ່າຍວັນທີ 14/12, ຢູ່ຫໍສະພາປະຊາຊົນ ປັກກິ່ງ, ຈີນ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳ ຈີນ ຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ: ຈີນ ຖືເປັນສຳຄັນເລື່ອງພັດທະນາການພົວພັນ ຈີນ - ຫວຽດນາມ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງປອດໃສ, ສະມີຖຽນລະພາບຍາວນານຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ; ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພິເສດແມ່ນບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງລະຫວ່າງ 2 ພັກ, 2 ລັດ. ພ້ອມທັງ ຊຸກຍູ້ການເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ; ຊຸກຍູ້ການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ຝ່າຍຢ່າງສົມເຫດສົມຜົນ, ພ້ອມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ.