ເກາະຮ່ວາງຊາ
ພາບ:internet
|
(vovworld)- ເດືອນ 5/2013, ອົງການໄປສະນີຂອງຈີນ ໄດ້ພິມຈຳຫນ່າຍຊຸດສະແຕມລວມມີ 6 ແບບ, ໃນນັ້ນ ມີສະແຕມແບບຫນຶ່ງພິມຈຳຫນ່າຍຮູບພາບບັນດາເກາະຂຶ້ນກັບໝູ່ເກາະຮ່ວາງຊາຂອງ ຫວຽດນາມ ນີ້ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້. ຫວຽດນາມ ມີພື້ນຖານດ້ານກົດໝາຍຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ເລື່ອງອົງການໄປສະນີຂອງຈີນ ພິມຈຳຫນ່າຍສະແຕມແບບນີ້ແມ່ນບໍ່ສອດຄອ່ງກັບບັນດາຂໍ້ກຳນົດຂອງເອກະສານພັນທະມິດໄປສະນີໂລກ. ອົງການໄປສະນີຫວຽດນາມ ຄັດຄ້ານການກະທຳດັ່ງກ່າວຂອງອົງການໄປສະນີຈີນ ແລະ ຮຽກຮ້ອງອົງການໄປສະນີຈີນຕ້ອງເຄົາລົບຄວາມຈິງ ແລະ ຍົກເລີກຊຸດສະແຕມ, ຊອງຈົດໝາຍ, ໃບສະນີຍະບັດທີ່ພິມຈຳຫນ່າຍບັນດາເກາະຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ, ບໍ່ປະໃຫ້ເກີດການກະທຳຄ້າຍຄືກັນ, ປະກອບສ່ວນສ້າງສາຍພົວພັນລະຫວ່າງສອງຂະແຫນງໄປສະນີເວົ້າສະເພາະ ແລະ ຫວຽດນາມ - ຈີນເວົ້າລວມ.