(vovworld) – ເຮືອບິນສູ້ຮົບ 2 ລຳຂອງຈີນໄດ້ຖືກສົ່ງເຖິງເຂດເຊິ່ງ ປັກກິ່ງ ຖະແຫຼງພຽງຝ່າຍດຽວແມ່ນເຂດປ້ອງກັນອາກາດ (ADIZ) ຢູ່ທະເລຮວາຕູງ ເພື່ອຕິດຕາມກວດກາບັນດາເຮືອບິນສອບແນມ ແລະ ເຮືອບິນທະຫານຂອງ ຍີ່ປຸ່ນ ແລະ ອາເມລິກາ ເຄື່ອນໄຫວໃນເຂດນີ້.
ນີ້ແມ່ນຄັ້ງທຳອິດທີ່ຈີນ ສົ່ງເຮືອບິນທະຫານໄປຍັງເຂດທະເລຮວາຕູງ ນັບແຕ່ອອກຖະແຫຼງການກ່ຽວກັບ ADIZ. ການກະທຳນີ້ມີໄພຈະເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນອາຊີ ຕາເວັນອອກ ສ່ຽງເໜືອເພີ່ມຂຶ້ນໃນສະພາບທີ່ມີຫຼາຍປະເທດຄື: ອາເມລິກາ, ຍີ່ປຸ່ນ, ສ ເກົາຫຼີ... ລ້ວນແຕ່ອອກສຽງຄັດຄ້ານ ADIZ ຂອງ ຈີນ.
ໂຄສົກກະຊວງການຕ່າງປະເທດ ຈີນ, ກີບຈາງ ເນັ້ນໜັກວ່າ: ວັນທີ 29/11, ບັນດາເຮືອບິນສັງກັດກຳລັງກອງທັບອາກາດປົດປ່ອຍປະຊາຊົນ ຈີນ ມີສິດລາດຕະເວນຢູ່ ADIZ ຂອງປະເທດນີ້ຢູ່ທະເລ ຮວາຕູງ ດ້ວຍຈຸດໝາຍຮັບປະກັນການເຄື່ອນໄຫວປ້ອງກັນອາກາດ ແລະ ບັນດາກຳລັງປະກອບອາວຸດຍາມໃດກໍ່ຖືກຕັ້ງຢູ່ໃນສະພາບລະວັງໄພສູງ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ປະເທດນີ້ ຈະແກ້ໄຂບັນຫາກ່ຽວຂ້ອງເຖິງເຂດປ້ອງກັນອາກາດຂອງ ຈີນ ດ້ວຍຄວາມລະງັບໃຈ ແລະ ເດັດດຽວ, ດ້ວຍວິທີສົມທົບຢ່າງແໜ້ນແຟ້ນກັບປະຊາຄົມໂລກ.