ຈີນສືບຕໍ່ຄັດຄ້ານເລື່ອງຜັນຂະຫຍາຍTHAADຢູ່ສ.ເກົາຫຼີ
ບ່ອນຄາດວ່າຈະຜັນຂະຫຍາຍໂຄງການ THAAD
(ພາບ: YONHAP/TTXVN)
|
(vovworld) – ວັນທີ 23/2, ສຳນັກຂ່າວສານຊິນຮວາ ໄດ້ຄັດຄຳເວົ້າຂອງໂຄສົກກະຊວງປ້ອງກັນປະເທດ ຈີນ ເຣີນກົວແຈ໋ງ ຄັດຄ້ານເລື່ອງ ສ. ເກົາຫຼີ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະສູງຂັ້ນສຸດທ້າຍ (THAAD) ຂອງ ອາເມລິກາ ໃນເຂດດິນແດນຂອງ ສ.ເກົາຫຼີ. ຖະແຫຼງການຖືວ່າ: ການກະທຳຄືດັ່ງກ່າວຂອງ ອາເມລິກາ ແລະ ສ. ເກົາຫຼີ ຈະທຳລາຍຄວາມດຸ່ນດຽງຍຸດທະສາດຢູ່ພາກພື້ນ ແລະ ບັນດາຜົນປະໂຫຍດຄວາມໝັ້ນຄົງຍຸດທະສາດຂອງບັນດາປະເທດໃນພາກພື້ນຢ່າງໜັກໜ່ວງ, ໃນນັ້ນມີຈີນ ແລະ ລັດເຊຍ. ຈີນ ຫວັງວ່າ ຝ່າຍ ສ. ເກົາຫຼີ ຈະຖືເປັນສຳຄັນບັນດາຄວາມຄືບໜ້າໃນການພົວພັນດ້ານການທະຫານລະຫວ່າງກອງທັບປົດປ່ອຍປະຊາຊົນຈີນ (PLA) ແລະ ກອງທັບ ສ.ເກົາຫຼີ, ພ້ອມທັງແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຜົນປະໂຫຍດຄວາມໝັ້ນຄົງຍຸດທະສາດຂອງ ຈີນ. ຕາມທ່ານ ເຣີນກົວແຈ໋ງ, ບັນດາກຳລັງປະກອບອາວຸດ ຈີນ ຈະດຳເນີນບັນດາບາດກ້າວກະກຽມຈຳເປັນ ແລະ ຢຶດໝັ້ນປົກປ້ອງຄວາມສະຫງົບແຫ່ງຊາດ.