ຈີນອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຈີນຊຸດທີ 12

ຈີນອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຈີນຊຸດທີ 12 - ảnh 1
ພ​ິ​ທີ​ອັດ​ກອງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/3, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດຈີນ ຊຸ​ດທີ 12 ​ໄດ້​ອັດ​ລົງ​ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງປັກ​ກິ​ງ. ​ເຂົ້າ​ຮ່ວມ​ວາລະ​ອັດ​ກອງປະຊຸມມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈີນ 2.900 ທ່ານ. ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 10 ກວ່າມື້, ກອງ​ປະຊຸມ​ໄດ້​ລົງ​ມະຕິ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ນິຕິບັນຍັດ​ສະບັບ​ປັບປຸງ ​ແລະ ຮ່າງ​ມະຕິ​ສຳຄັນ​ອີກ 6 ສະບັບ, ​ເຊິ່ງລວມມີ: ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2014 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015; ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​​ແຜນ​ງົບປະມານ​ສູນ​ກາງ ​ແລະ ທ້ອງ​ຖີ່​ນປີ 2014 ​ແລະ ວາງ​ແຜນ​ງົບປະມານ​ປີ 2015; ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ; ບົດ​ລາຍ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ບົດ​ລາຍ​ງານ​ຂອງ​ໄອ​ຍາການ​ປະຊາຊົນ​ສູງ​ສຸດ. ສິ່ງ​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ. ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ ​ໄດ້​ພິຈາລະນາ, ປຶກສາ​ຫາລື​ນັບ​ຮ້ອຍ​ບັນຫາ​ຢ່າງ​ລະອຽດ, ​ເຊິ່ງມີ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຊີວິດ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ປະຕິ​ຮູບ​ລະບອບ.

ຂ່າວ/ບົດ​ອື່ນ