ຈີນ-ອາຊຽນຢາກສຳເລັດໂຄງຮ່າງໃຫ້COCໃນກາງປີ2017

ຈີນ-ອາຊຽນຢາກສຳເລັດໂຄງຮ່າງໃຫ້COCໃນກາງປີ2017 - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ລື​ວ​ເຈີ່ນ​ໝີ​ນ​
(ພາບ :Yonhap/TTXVN)

(vovworld) - ​ ​ ຕາມ​ໜັງສື​ພິມ “China Daily” ພາສາ​ອັງກິດ​ແລ້ວ, ​ໃນ​ການ​ປະຊຸມ​ໜຶ່ງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ຢູ່​ພາກ​ຕາ​ເວັນ​ອອກສ່ຽງ​ເໜືອ ຈີນ ​ໃນ​ວັນ​ທີ 16/08 ​ແລ້ວ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນວ່າ: ​ຮອດກາງ​ປີ 2017 ຈະ​ສຳ​ເລັດ​ການ​ສ້າງ​ໂຄງ​ຮ່າງ​ໃຫ້​ແກ່​ກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ໜັງສື​ພິມ​ກໍ່​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ລື​ວ​ເຈີ່ນ​ໝີ​ນ​ໃຫ້​ຮູ້​ວ່າ: ຝ່າຍຕ່າງໆ​ກໍ່​ຮັບຮອງ​ເອົາ​ບັນດາ​​ທິດ​ທາງພື້ນຖານ​ໃຫ້​ແກ່​ການຈັດ​ຕັ້ງໂທລະສັບສາຍ​ດ່ວນ ທີ່​ນຳ​ໃຊ້​ໃນ​ກໍລະນີສຸກ​ເສີນ​ທີ່ເກີດ​ຂຶ້ນ​ໃນ​ທະ​ເລຕາ​ເວັນ​ອອກ. ບັນດາ​ເອກະສານ​ກ່ຽວ​ກັບ​ໂທລະສັບ​ສາຍ​ດ່ວນ ​ແລະ ການ​ແກ້​ໄຂ​ບັນດາການ​ປະ​ທະ​ກັນ​ໃນ​ທະ​ເລຢ່າງ​ກະທັນຫັນ ທີ່​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ທີ 3 ​ໃນ​ປີ 2016 ກ່ຽວ​ກັບ COC ນີ້ ຈະ​ຍື່ນສະ​ເໜີຕໍ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຢູ່ ລາວ ​ໃນ​ຕົ້ນ​ເດືອນກັນຍາ ​ເພື່ອ​​ຮັບ​ຮອງ​ເອົາ.

ຂ່າວ/ບົດ​ອື່ນ