ຈີນ​ຮ້ອງ​ຟ້ອງ​ຂຶ້ນ WTO ເລື່ອງ ອາ​ເມ​ລິ​ກາ​ ຈັດ​ວາງ​ອັດ​ຕາພາ​ສີ​ນຳ​ເຂົ້າ

(VOVWORLD) -ວັນທີ 2 ກັນຍາກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ໄດ້ຮ້ອງຟ້ອງເລື່ອງ ອາເມລິກາ ຈັດວາງອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າຂອງຈີນຂຶ້ນ ອົງການການຄ້າໂລກ  (WTO).
ຈີນ​ຮ້ອງ​ຟ້ອງ​ຂຶ້ນ WTO ເລື່ອງ ອາ​ເມ​ລິ​ກາ​ ຈັດ​ວາງ​ອັດ​ຕາພາ​ສີ​ນຳ​ເຂົ້າ - ảnh 1ພາບປະກອບ: Getty Images 

ກະຊວງການຄ້າຈີນ ຖືວ່າ ບັນດາມາດຕະການພາສີຂອງ ອາເມລິກາແມ່ນ ໄປຝືນກັບຄວາມເຫັນດີເຫັນພ້ອມລະຫວ່າງການນຳສອງປະເທດຢູ່ນອກກອງປະຊຸມ G20 ຢູ່ Osaka, ປະເທດຍີ່ປຸ່ນ, ເມື່ອເດືອນມິຖຸນາ ທີ່ຜ່ານມາ. ກະຊວງການຄ້າຈີນ ກໍ່ຢັ້ງຢືນວ່າ ປະເທດນີ້ຈະ ປົກປ້ອງບັນດາສິດທີ່ຖືກກົດໝາຍຂອງຕົນຕາມຂໍ້ກຳນົດຂອງ WTOຢ່າງຂ້ຽວຂາດ.

        ແຕ່ວັນທີ 1 ກັນຍາ ອາເມລິກາ ໄດ້ເລີ່ມການຈັດວາງອັດຕາພາສີທີ່ມີມູນຄ່າ 125 ຕື້ USD ສຳລັບບາງປະເພດສິນຄ້ານຳເຂົ້າຈາກ ຈີນ ລວມມີ ເກີບ, ໂມງອັດສະລິຍະ ແລະ ໂທລະທັດຈໍແບນ. ໃນຂະນະນັ້ນ, ຝ່າຍຈີນກໍ່ຈັດວາງອັດຕາພາສີໃນລະດັບ 5 – 10% ຂຶ້ນບັນດາປະເພດສິນຄ້າຂອງອາເມລິກາ ທີ່ມີມູນຄ່າ 75 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ