ຈີນຮຽກຮ້ອງແກ້ໄຂບັນດາການຂັດແຍ້ງກັບຍີ່ປຸ່ນຢ່າງສົມເຫດສົມຜົນ
ກຳປັ່ນ ຈີນ ຢູ່ມໍ່ກັບເຂດທະເລເກີດຄວາມຂັດແຍ້ງກັບ ຍີ່ປຸ່ນ
ພາບ:AFP
|
(vovworld)-ວັນທີ 29/6, ທີ່ການຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດ ພັກປະຊາທິປະໄຕເສລີພາບ(LDP) ກຳອຳນາດ ຂອງ ຍີ່ປຸ່ນ, ໂດຍທ່ານ Takeshi ສະມາຊິກສະພາແຫ່ງຊາດຜູ້ອະວຸໂສຂອງ LDP ນຳຫນ້າ, ທ່ານ ອີເຈິ້ງເຊິງ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຖືວ່າ: ການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ພວມໄດ້ຮັບການປັບປຸງເທື່ອລະກ້າວ ພ້ອມທັງຮຽກຮ້ອງແກ້ໄຂບັນດາການຂັດແຍ້ງຢ່າງສົມເຫດສົມຜົນ. ກ່າວຄຳເຫັນຕໍ່ບັນດາສະມາຊິກສະພາແຫ່ງຊາດ ທີ່ຫໍສະພາປະຊາຊົນແຫ່ງຊາດຈີນ ຢູ່ ນະຄອນຫລວງ ປັກກີ່ງ, ທ່ານປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ອີເຈິ້ງເຊິງ ໄດ້ຢືນຢັນວ່າ ໃນເດືອນ 5/2014 ເມື່ອທ່ານພົບປະກັບ ກຸ່ມສະມາຊິກສະພາແຫ່ງຊາດດັ່ງກ່າວ, ການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ຍັງມີຫລາຍບັນຫາຕິດຂັດ, ແຕ່ມາຮອດປະຈຸບັນ ສະພາບການແມ່ນຕ່າງແລ້ວ. ຕາມເຈົ້າຫນ້າທີ່ຂັ້ນສູງຈີນ ແລ້ວ, ເລື່ອງແກ້ໄຂບັນດາບັນຫາປະຫວັດສາດຢ່າງສົມເຫດສົມຜົນ ແມ່ນພື້ນຖານຂອງສາຍພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ ແລະ ແມ່ນປັດໄຈທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງຂອງສາຍພົວພັນນີ້.