(ທ່ານປະທານປະເທດຈີນ
ສີຈິ້ນຜິງ)
(vovworld) - ວັນທີ 29/03, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫຼວງ Brazzavolle, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ກົງໂກ ເປັນເວລາ 2 ວັນ. ທີ່ການພົບປະກັບທ່ານປະທານາທິບໍດີປະເທດເຈົ້າພາບ Denis Saddou Nguesso, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ສະແດງການສະໜັບສະໜູນຢ່າງແນວແນ່ ແລະ ໃຫ້ຄຳໝັ້ນສັນຍາຮັກສາການພົວພັນມິດຕະພາບ 2 ຝ່າຍກັບສ.ກົງໂກ. ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2014. ທ່ານປະທານປະເທດ ສີຈິ້ນຜິງ ປາດຖະໜາວ່າ, 2 ຝ່າຍ ຈະມີຄວາມມານະພະຍາຍາມລວມ, ເພື່ອເຮັດໃຫ້ການພົວພັນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ເລິກເຊິ່ງກວ່າອີກ ແນໃສ່ນຳການພົວພັນຮ່ວມມືຮອບດ້ານຂຶ້ນສູ່ລະກັບສູງໃໝ່. ຕາມການນຳຈີນແລ້ວ, ຍາມໃດປັກກິງ ກໍຕີລາຄາສູງການພົວພັນກັບ Brazzavolle ໃນບັນດາຂົງເຂດ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂປະຕິບັດບັນດາໂຄງການຮ່ວມມື 2 ຝ່າຍ ແລະ ສົ່ງເສີມບັນດາວິສາຫະກິດຈີນ ເຂົ້າຮ່ວມການພັດທະນາເຂດເສດຖະກິດພິເສດຂອງກົງໂກ. ສ່ວນທ່ານປະທານາທິບໍດີ ກົງໂກ Denis Saddou Nguesso ກໍຕີລາຄາສູງບັນດາການພັດທະນາໃນການພົວພັນ 2 ຝ່າຍ ແລະ ບັນດາໝາດຜົນທີ່ຫາກໍບັນລຸໄດ້ໃນຫຼາຍຂົງເຂດ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ກົງໂກ Denis Saddou Nguesso ໄດ້ລົງນາມໃນຂໍ້ຕົກລົງ 11 ສະບັບທີ່ມີມູນຄ່ານັບລ້ານ USD, ໃນຫຼາຍຂົງເຂດຈາກທະນາຄານ, ໂທລະຄົມ ຕະຫຼອດຮອດພື້ນຖານໂຄງລ່າງ.