ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມືສອງຝ່າຍ21ສະບັບ

ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມືສອງຝ່າຍ21ສະບັບ - ảnh 1
ນາຍົກລັດຖະມົນຕີ ລັດ​ເຊ​ຍ Dmitry Medvedev  ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫລີ​ເຄີ​ຊຽງ
ພາບ:internet


(vovworld)- ​​​​ຈີນ​ແລະ​ລັດ​ເຊຍ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ21​ສະບັບ, ນີ້​ແມ່ນ​ໝາກຜົນ​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ລັດຖະບານ​ລັດ​ເຊຍ ​ແລະ ຈີນ ​ໃນ​ວັນ​ທີ 22/10 ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຈີນ​ຂອງທ່ານ​ນາຍົກລັດຖະມົນຕີ ລັດ​ເຊ​ຍ Dmitry Medvedev. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫລັງ​ການ​ເຈລະຈາ,  ທ່ານ​ນາຍ​ົກລັດຖະມົນຕີ ຈີນ ຫລີ​ເຄີ​ຊຽງ ​ໃຫ້​ຮູ້​ວ່າ: ການ​ພົບ​ປະລະ​ຫວ່າງ​ທ່ານ ​ແລະ ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ ຜ່ານ​ເລ່ືອງ​ສອງ​ຝ່າຍ​ເຫັນ​ດີ​ຮັບ​​ເອົາ​ຂໍ້​ຕົກລົງ​ຫລາຍ​ສະບັບ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ. ທ່ານ​ນາ   ຍ​ົກລັດຖະມົນຕີ ຈີນ ຫລີ​ເຄີ​ຊຽງ ຖະ​ແຫລ​ງວ່າ: ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ສວມ​ບົດບາດ​ສຳຄັນ​ສຳລັບ​ສອງ​ປະ​ເທດ, ອາ​ຊີ, ​ເອີ​ລົບ ​ແລະ ນັບ​ທັງ​ໂລກອີກ​ດ້ວຍ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ D Medvedev ​ໃຫ້​ຮູ້​ວ່າ: ສອງ​ປະ​ເທດ​ເຫັນ​ດີ​ຮັດ​​ແຫນ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ​​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​​ໃຫ້ສູງກວ່າ​ອີກ, ​ເພີ່ມ​ທະວີ​ການ​ລົງ​ທຶນ​ເຊິ່ງກັນ ​ແລະ ກັນ ​ແລະ ສຳ​ຫລວດ​ບັນດາ​ມາດ​ຕະການ​ປັບປຸງ​ການ​ພົວພັນ​ຮ່ວມ​ມື. ກ່ອນ​ຫນ້າ​ນັ້ນ ຕອນ​​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍ​ົກລັດຖະມົນຕີ ຈີນ ຫລີ​ເຄີ​ຊຽງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ D Medvedev ພ້ອມ​ກັນ​​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານຮ່ວມ​ມືສອງ​ຝ່າຍ 21 ສະບັບ ​ແລະ ​ເປັນ​ປະ​ທານ​ຮ່ວມ​ກອງ​ປະຊຸມ​ນັດ​ສາມັນ​ຄັ້ງ​ທີ 18 ລະຫວ່າງ​ການ​ນຳ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ