ຈະຍົກການພົວພັນລະຫວ່າງຫວຽດນາມ - ໄທ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

ຈະຍົກການພົວພັນລະຫວ່າງຫວຽດນາມ - ໄທ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຮ່ວມການ​ເຈລະຈາລະຫວ່າງຫວຽດນາມ - ໄທ
(ພາບ: nguyenphutrong.net)


(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ທັງ​ເປັນປະທານ​ສະພາຜູ້​ແທນ​ລາດ​ຊະ​ດອນ​ແຫ່ງລາຊະ​ອານາຈັກ​ໄທ ສົ​ມສັກ ກິດ​ສູ້ຣານົນ, ຕອນ​ເຊົ້າ​ວັນ​ທີ 3/12, ຄະນະ​ຜູ້​ແທນຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດ​ຍທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າ, ​ໄດ້​ໄປ​ຮອດ​ນະຄອນຫຼວງ​ບາງ​ກົກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ແຫ່ງ​ລາ​ສະ​ອານາຈັກ​​ໄທ ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ່​ຕ້ອນຮັບ​, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ໄທ ສົ​ມສັກ ກິດ​ສູ້ຣານົນ ​​ໄດ້​ເປັນ​ປະທານ​ຮ່ວມການ​ເຈລະຈາ. ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ​ເລື່ອງ​​​ຍົກ​​ການ​ພົວພັນລະຫວ່າງ​ຫວຽດນາມ - ​ໄທ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລຍະ​ຈະ​ມາ​​ເຖິງ; ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ຮັດ​ແໜ້ນ ​ແລະ ນຳ​ການ​ພົວພັນ​ສອງ​ປະ​ເທດ​ພັດທະນາ​​ເຂົ້າ​ສູ່​ລວງ​​ເລິກ ​ແລະ ບັນ​ລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ ​ແລະ ພັ​ດທະນາ​ຢູ່​ພາ​ກພື້ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສົ​ມສັກ ກິດ​ສູ້ຣານົນ ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ສອງ​ປະ​ເທດ​ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ເພື່ອ​ການ​ພັດທະນາ​ຢ່າງວັດ​ທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ສອງ​ຝ່າຍ​ກໍ​ເຫັນດີ​ເປັນ​ເອກະ​ພາບ​ນຳ​ກັນ​ສືບ​ຕໍ່​ເພື່ອ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ​ຫວຽດນາມ - ​ໄທ, ​ໄທ - ຫວຽດນາມ ຫຼາຍ​ກວ່າ​ອີກ, ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດຍິ່ງ​ກວ່າ​ອີກ.

        ຕອນ​ເຊົ້າ​ຂອງ​ວັນດ່ຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ວຸດ​ທິສະພາ​​ໄທ ນິຄົມ ​ໄວຣະຣັດພານ​ນິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວງຽນຊິງ​ຮຸ່ງ ຊີ້​ແຈ້ງວ່າ ຫວຽດນາມ ຖື​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາຊະ​ອານາຈັກ​ໄທ ​ເປັນ​ສຳຄັນ, ຢືນຢັນ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ​ເພື່ອ​ແນ​ໃສ່​ປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການນິຕິ​ບັດ​ຍັດ, ພ້ອມ​ທັງ​ເປີດ​ບັນດາ​ແງ່​ຫວັງ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ໃນພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານ​ສະພາ​ສູງ​ໄທ ຫວັງ​ວ່າ, ຫວຽດນາມ ​ແລະ ​ໄທ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ເຊື່ອ​ມຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ອາ​ຊຽນ, ​ເພື່ອ​ສັນຕິພາບ, ພັດທະນາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

ຈະຍົກການພົວພັນລະຫວ່າງຫວຽດນາມ - ໄທ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 2
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ພົບປະກັບທ່ານນາງນາຍົກລັດຖະມົນຕີໄທ
(ພາບ: nguyenphutrong.net)

ແລະ ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ກັບ​ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍິງຣັກຊິນນະ​ວັດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມຂອງ​ໄທ​ໃນ​ການ​ຍົກ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​​ເປັນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ເນັ້ນ​ໜັກ​ວ່າ ​ເຫດການ​ນີ້​ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່ 2 ປະ​ເທດ ​ແລະ ພາກ​ພື້ນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ. ສ່ວນ ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍິງຣັກຊິນນະ​ວັດ​ໄດ້​ເຫັນ​ດີ​ນຳ​ຄຳ​ເຫັນ​ຂອງ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຖື​ວ່າ ການ​ຍົກ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​​ເປັນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ສະພາບ​ຄວາມ​ຫຍຸ້ງ​ຍາກ​ຮ່ວມ​ຂອງ​ເສດຖະກິດ​ໂລກ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ, ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ກາ​ນພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ສະມາຄົມ​ມິດຕະພາບ​ໄທ-ຫວຽດນາມ ​ແລະ ທ່ານ​ປະທານ​ກຸ່ມ​ ສ.ສ.ຊ ມິດຕະພາບ​ໄທ-ຫວຽດນາມ​ເຂົ້າ​ຢ້ຽມ​ຂ່ຳນັບ.



ຂ່າວ/ບົດ​ອື່ນ