ຈະມີການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ ວັນສ້າງສາຍພົວພັນການ ທູດຫວຽດນາມ - ກຳປູເຈຍ

ຈະມີການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ ວັນສ້າງສາຍພົວພັນການ ທູດຫວຽດນາມ - ກຳປູເຈຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ເປັນປະທານ ກອງປະຊຸມ
(ພາບ: VGP/Le Son)

(vovworld) - ຕອນ​ບ່າຍ​ວັນ​ທີ 10/5, ຢູ່​ຮ່​າໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າ​ຄະນະ​ຊີ​້ນຳ​ປີ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ໄດ​້​ເປັນ​ປະທານ​ກອງ​ປະຊຸມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​​ແໜງ​ການ,​ ທ້ອງ​ຖີ່​ນ​ເພື່ອ​ກະກຽມ​ບັນດາ​ການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​​ປີ​ແຫ່ງ​ຄວາມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (24/6/1967 – 24/6/2012). ​ການ​ເຄື່ອນ​ໄຫ​ວ​ທີ່ມີ​ຂອບ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ​ຈະ​ໄດ້​ຮັບ​ການ​ດຳ​ເນີນ​ຄື​: ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຢ່າງ​ສົມ​ກຽດ ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ, ​ເປີດ​ສະຫຼອງ​ຫຼັກ​ໝາຍ​ຊາຍ​ແດນ 314 - ​ເຊິ່ງ​ແມ່ນຫຼັກ​ໝາຍ​ທາງບົກຫຼັກ​ສຸດ​ທ້າຍ​ລະຫວ່າງ​ຫວຽດນາມ - ກຳປູ​ເຈຍ, ຈັດ​ຕັ້ງ​ສັບປະດາ​ວັດທະນະທຳຫວຽດນາມ ຢູ່ກຳ​ປູ​ເຈຍ ​ແລະ ສັບປະດາ​ວັດທະນະທຳກຳປູ​ເຈຍ ຢູ່​ຫວຽດນາມ ​ແລະ ການ​ເຄື່ອນ​ໄຫວ​ພົບ​ປະ​ແລ​ກປ່ຽນ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ອື່ນໆ​. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ໜັກ​ວ່າ​: ບັນດາ​ກະຊວງ, ຂະ​ແໜງ​ການ, ທ້​ອງຖີ່​ນທີ່​ກ່ຽວຂ້ອງຕ້ອງກະກຽມຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ຂ່ຳນັບ​ຮັບ​ຕ້ອນ​ປີແຫ່ງ​ຄວາມ​​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​​ຢ່າງຮີບ​ດ່ວນ, ລອບ​ຄອບ​ຖີ່​ຖ້ວນ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​​ເຮັດ​ຄື​ແນວ​ໃດໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ