ຈໍານວນພົນລະເມືອງມີອາຍຸສູງຢູ່ຫວຽດນາມ ເພີ່ມຂຶ້ນໄວ: ເສັ້ນທາງຂ້າງໜ້າ

(VOVWORLD) -ປັດຈຸບັນ, ຜູ້ອາຍຸສູງຫຼາຍຄົນ ຍັງຄົງປາດຖະໜາຢາກເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັງຄົມ.

ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ ໂດຍກອງທຶນສໍາລັບປະຊາກອນ ສະຫະປະຊາຊາດ (UNFPA) ຢູ່ຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການແຫ່ງຊາດ ຜູ້ອາຍຸສູງຫວຽດນາມ, ສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ, ກົມໃຫຍ່ປະຊາກອນ ແລະ ວາງແຜນ ຄອບຄົວ, ອົງການຈັດຕັ້ງໜູນຊ່ວຍຜູ້ອາຍຸສູງສາກົນ (HelpAge) ສົມທົບກັນຈັດຕັ້ງ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຜູ້ອາຍຸສູງສາກົນ (01/10) ຢູ່ຮ່າໂນ້ຍ, ຫວຽດນາມ.

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານ ເລເຕິນຢຸງ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ອາຍຸສູງຫຼາຍຄົນ ຍັງຄົງປາດຖະໜາຢາກເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັງຄົມ. ດັ່ງນັ້ນ, ຄວນລົບລ້າງບັນດາຮົ້ວກີດຂວາງກ່ຽວກັບ ເກນອາຍຸໃນບັນດານະໂຍບາຍ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງ ແລະ ສະພາບແວດລ້ອມສັງຄົມ ເພື່ອຮັບປະກັນໃຫ້ຜູ້ອາຍຸສູງສາມາດເຂົ້າຮ່ວມບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ. ທ່ານກ່າວວ່າ:

        “ໄລຍະຈະມາເຖິງ ພວກເຮົາຈະສືບຕໍ່ສະເໜີຕໍ່ລັດຖະບານ, ໃນເງື່ອນໄຂ, ສິດອໍານາດຂອງຕົນ ພວກຂ້າພະເຈົ້າຈະສະເໜີ ເພື່ອໜູນຊ່ວຍໃຫ້ແກ່ການດູແລບັນດາກຸ່ມຄົນ ຄືເດັກກໍ່າພ້າກໍ່າພອຍ, ຄົນພິການ, ຜູ້ອາຍຸສູງ, ຄົນທຸກຍາກ... ດ້ວຍທິດນໍາ ຄ່ອຍໆຍົກລະດັບວຽກງານບໍລິການດູແລສັງຄົມໃຫ້ບັນດາກຸ່ມຄົນດັ່ງກ່າວ. ບັນດາການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ມີການເຂົ້າຮ່ວມຂອງລັດ ຫາກຍັງມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມອີກດ້ວຍ”.

        ບັນຫາຜູ້ອາຍຸສູງມີການກ່ຽວຂ້ອງຢ່າງແໜ້ນແຟ້ນເຖິງ 15/17 ເປົ້າໝາຍພັດທະນາແບບຍືນຍົງ, ເພາະສະນັ້ນ, ຄວນຊັບຊ້ອນບັນຫາດັ່ງກ່າວເຂົ້າໃນບັນດານະໂຍບາຍ, ມາດຖານພັດທະນາແບບຍືນຍົງຢູ່ຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາຖືວ່າ ລັດຖະບານຕ້ອງປະກາດໃຊ້, ກໍານົດທິດຍຸດທະສາດສັງລວມໃຫ້ແທດເໝາະກັບສະພາບການຈໍານວນພົນລະເມືອງມີອາຍຸສູງຫຼາຍ, ສ້າງໂຄງການເຄື່ອນໄຫວ ກ່ຽວກັບພົນລະເມືອງອາຍຸສູງໃຫ້ແກ່ໄລຍະ 2021 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ