ຈຳນວນຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ໄຕ້ຫວັນ(ປະເທດຈີນ)ສືບຕໍ່ເພີ່ມຂຶ້ນ

ຈຳນວນຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ໄຕ້ຫວັນ(ປະເທດຈີນ)ສືບຕໍ່ເພີ່ມຂຶ້ນ - ảnh 1
(ພາບ: Reuters)

(vovworld) – ຮອດ​ຕອນ​ເຊົ້າ​ວັນ​ທີ 8/2, ຈຳນວນ​ຜູ້​ເສຍ​ຊີວ​ິດ​ຈາກ​ເຫດ​ແຜນ​ດິນ​ໄຫວ​ມີ​ຄວາມ​​ແຮງ 6,7 ຣິດ​ເຕີ ​ໃນ​ວັນ​ທີ 6/2, ຢູ່ ​ໄຕ​ຫວັນ (ປະ​ເທດ​ຈີນ) ​ໄດ້​ເພີ່ມ​ຂຶ້ນ 35 ຄົນ. ບັນດາ​ພາ​ລະ​ກອນ​ກູ້​ໄຟ​ກູ້​ຊີບ​ພວມ​ມານະ​ພະຍາຍາມ​ກອບກູ້​ເອົາ​ຊີວິດ​ຂອງ 110 ຄົນ​ພວມ​ຖືກ​ຕິດ​ຄ້າງ​ໃນຕຶກ​ເຮືອນ 17 ຊັ້ນ​ຢູ່​ນະຄອນ ​ໄທ​ໜານ. ທ່ານ​ປະທານ​ປະ​ເທດ ຈີນ ສື່​ຈີນ​ຜິ​ງ ​ໄດ້​ສົ່ງ​ຄຳ​​ແປງ​ເບົ່າ​ຄວາມເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ​້າຍ​ໃນ​ເຫດ​ແຜນ​ດິນ​ໄຫວ. ສະຫະ​ສະມາຄົມ​ການ​ພົວພັນ​ລະຫວ່າງ 2 ຊ່ອງ​ແຄມ​ທະ​ເລ​ໄຕ​ຫວັນ (ARATS) ​ແລະ ຫ້ອງການ​ບັນດາ​ບັນຫາ ​ໄຕ​ຫວັນ ຂອງລັດຖະບານ ຈີນ ​​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜອງ​ທຸກໆ​ການ​ໜູນ​ຊ່ວຍ​ໂດຍ​ຈຳ​ເປັນ​ໃຫ້​ແກ່​ ​ໄຕ​ຫວັນ.

ຂ່າວ/ບົດ​ອື່ນ