ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນໂລກ​ລະ​ບາດ Covid – 19ໃນ​ທົ່ວ​ໂລກ​ກາຍ​ 120.00 ຄົນແລ້ວ

(VOVWORLD) - ຕາມເວັບໄຊສະຖິຕິworldometer.info, ໄລ່ຮອດຕອນຄ່ຳວັນທີ 14 ເມສາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກແມ່ນ 120.857 ຄົນໃນຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ 2 ລ້ານຄົນ.
 ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນໂລກ​ລະ​ບາດ Covid – 19ໃນ​ທົ່ວ​ໂລກ​ກາຍ​ 120.00 ຄົນແລ້ວ - ảnh 1ພະນັກງານການແພດສົ່ງຜູ້ຕິດເຊື້ອພະຍາດ Covid - 19 ໄປຍັງໂຮງໝໍ (ພາບ: THX/TTXVN) 

ອາເມລິກາສືບຕໍ່ແມ່ນໃຈກາງຂອງໂລກລະບາດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 588.465 ຄົນໃນນັ້ນມີຜູ້ເສຍຊີວິດແມ່ນ 23.711 ຄົນ. ປັດຈຸບັນຖັດຈາກອາເມລິກາແມ່ນແອັດສະປາຍ, ອີຕາລີແລະຝລັ່ງ.

ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າເຊື້ອໄວຣັດ SARS – CoV – 2 ມີຄວາມອັນຕະລາຍທົບ10 ເທົ່າເມື່ອທຽບໃສ່ເຊື້ອໄວຣັດ H1N1ທີ່ກໍ່ໃຫ້ເກີດພະຍາດໄຂ້ຫວັດສັດປີກໃນທົ່ວໂລກປີ 2009, ພ້ອມທັງເນັ້ນໜັກເຖິງວິທີປ້ອງກັນທີ່ມີປະສິດທິຜົນ ນັ້ນແມ່ນສະກັດກັ້ນຄວາມສ່ຽງໃນການຕິດແປດພະຍາດຢ່າງເຖິງຖອງ.

ຕອບກັບ

ຂ່າວ/ບົດ​ອື່ນ