(ພາບປະກອບ EPA)
(vovworld) – ວັນທີ 23/7, ກຳລັງທະຫານກະບົດອິດສະລາມ ຕາລີບານ ໄດ້ປະຕິເສດມີສ່ວນກ່ຽວຂ້ອງເຖິງເຫດວາງລະເບີດສະຫຼະຊີບຢູ່ນະຄອນຫຼວງ Kabul ຂອງ ອາບການິດສະຖານ ເຮັດໃຫ້ກ່ວາ 200 ຄົນເສຍຊີວິດ ແລະ ຮັບບາດເຈັບ. ກະຊວງສາທາລະນະສຸກປະເທດນີ້ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 61 ຄົນເສຍຊີວິດ ແລະ ອີກ 207 ຄົນຖືກຮັບບາດເຈັບໃນການວາງລະເບີດ, ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຄາດວ່າຍັງຈະເພີ່ມຂຶ້ນອີກ. ໂຄສົກຂອງ ຕາລີບານ Zabihullah Mujahid ຖະແຫຼງວ່າ ຕາລີບານ “ບໍ່ກ່ຽວຂ້ອງເຖິງເຫດບຸກໂຈມຕີທີ່ນອງເລືອດນີ້”, ພ້ອມທັງຖືວ່າເຫດບຸກໂຈມຕີໄດ້ຮັບການປະຕິບັດຍ້ອນ “ບັນດາກຸ່ມຄົນທີ່ເປັນປໍລະປັກ”. ໃນຂະນະນັ້ນ, ສຳນັກຂ່າວສານ Amaq ມີການກ່ຽວຂ້ອງເຖິງອົງການ “ລັດອິດສະລາມ” (IS) ອ້າງຊື່ເອງໄດ້ໃຫ້ຂ່າວວ່າກຸ່ມກໍ່ການຮ້າຍນີ້ໄດ້ຍອມຮັບປະຕິບັດການວາງລະເບີດສະຫຼະຊີບແນໃສ່ປະຊາຄົມຊາວມຸດສະລິມນິກາຍ ຊີອະ ຢູ່ ອາບການິດສະຖານ. ຕາມສຳນັກຂ່າວສານນີ້ແລ້ວ, ທະຫານ IS ສອງຄົນໄດ້ທຳລະເບີດແຕກເມື່ອພວມຢື່ນຢູ່ທ່າມກາງກຸ່ມຄົນໜ້າແໜ້ນພວມທຳການແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ Kabul.