ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ຍີ່​ປຸ່ນ ຂຶ້ນ​ເຖິງ 73 ຄົນ​ແລ້ວ

(VOVWORLD) - ໄລ່ຮອດຕອນຄ່ຳວັນທີ 3 ມັງກອນ, ຈຳນວນຜູ້ເສຍຊີວິດພາຍຫຼັງເຫດແຜ່ນດິນໄຫວຕ່າງໆທີ່ມີລະດັບຄວາມແຮງສູງທີ່ເກີດຂຶ້ນໃນວັນທີ 01 ມັງກອນ ຢູ່ແຂວງ Ishikawa ໄດ້ເພີ່ມຂຶ້ນເປັນ 73 ຄົນແລ້ວ.
ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ຍີ່​ປຸ່ນ ຂຶ້ນ​ເຖິງ 73 ຄົນ​ແລ້ວ - ảnh 1 ສະພາບການຢູ່ Wajima, ແຂວງ Ishikawa, ໃນວັນທີ 3 ມັງກອນ 2024 (ພາບ: Kyodo/TTXVN)

ຕາມສະຖານີວິທະຍຸ NHK ຂອງ ຍີ່ປຸ່ນ, ໄລ່ຮອດຕອນຄ່ຳວັນທີ 3 ມັງກອນ, ຈຳນວນຜູ້ເສຍຊີວິດພາຍຫຼັງເຫດແຜ່ນດິນໄຫວຕ່າງໆທີ່ມີລະດັບຄວາມແຮງສູງທີ່ເກີດຂຶ້ນໃນວັນທີ 01 ມັງກອນ ຢູ່ແຂວງ Ishikawa ໄດ້ເພີ່ມຂຶ້ນເປັນ 73 ຄົນແລ້ວ. ປັດຈຸບັນ, ອຳນາດການປົກຄອງບັນດານະຄອນ Wajima ແລະ Suzu ພ້ອມກັບເທດສະບານ Noto ພວມສືບຕໍ່ປະເມີນຜົນເສຍຫາຍ, ໃນຂະນະມີເຮືອນຫຼາຍຫຼັງຖືກພັງທະລາຍໃນເຫດໄພພິບັດດັ່ງກ່າວ. ທ່ານ Masuhiro Izumiya ເຈົ້າຄອງນະຄອນ Suzu ເຊິ່ງເປັນບ່ອນໃກ້ກັບຈຸດໃຈກາງຂອງເຫດແຜ່ນດິນໄຫວ ໄດ້ເຜີຍໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວໄດ້ເຮັດໃຫ້ 90% ເຮືອນຊານບ້ານຊ່ອງໃນນະຄອນຖືກມ້າງທຳລາຍຢ່າງສິ້ນເຊີງ ຫຼື ສ່ວນໜຶ່ງ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວດຳເນີນໃນວັນທີ 03 ມັງກອນ, ທ່ານນາຍົກລັດຖະມົນຕີ Fumio Kishida ໃຫ້ຮູ້ວ່າ ລັດຖະບານ ໄດ້ຕົກລົງຈັດສົ່ງກຳລັງປ້ອງກັນຕົວເພີ່ມເຕີມໄປຍັງເຂດເກີດເຫດ. ເຈົ້າໜ້າທີ່ຮັບຜິດຊອບກໍມີຄວາມວິຕົກກັງວົນວ່າ ຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບໃນເຫດແຜ່ນດິນໄຫວນີ້ຈະສືບຕໍ່ເພີ່ມຂຶ້ນ.

        ໂດຍກ່ຽວຂ້ອງເຖິງອຸປະຕິເຫດເຮືອບິນຕຳກັນເກີດຂຶ້ນໃນຕອນບ່າຍວັນທີ 2 ມັງກອນ ຢູ່ ສະໜາມບິນ Haneda ຂອງ ຍີ່ປຸ່ນນັ້ນ, ມີຜູ້ໂດຍສານ ແລະ ຈຸບິນ 379 ຄົນ ໃນເຮືອບິນ Airbus ໝາຍເລກ A350 ຂອງ JAL ໄດ້ຮັບການຍົກຍ້າຍໄປຍັງບ່ອນປອດໄພແລ້ວ, ບໍ່ມີຜູ້ໃດຖືກບາດເຈັບສາຫັດ ຫຼື ອັນຕະລາຍຕໍ່ຊີວິດອິນຊີ ພາຍຫຼັງທີ່ໄຟໄໝ້ເຮືອບິນລຳດັ່ງກ່າວ. ເຖິງຢ່າງໃດກໍຕາມ, ມີສະມາຊິກ 5 ຄົນເສຍຊີວິດ ໃນຈຳນວນສະມາຊິກຈຸບິນທັງໝົດ 6 ຄົນ ຂອງກຳລັງປ້ອງກັນແຄມຝັ່ງທະເລ ຍີ່ປຸ່ນ .

ຕອບກັບ

ຂ່າວ/ບົດ​ອື່ນ