ຈຳ​ນວນລິນຈີ່​ຂອງ ຫວຽດ​ນາມ ສົ່ງ​ອອກ ໄປ​ຍັງ​ຍີ່​ປຸ່ນ ເພີ່ມ​ຂຶ້ນ

(VOVWORLD) -ວັນທີ 27 ພຶດສະພາ, ບັນດາງວດລິນຈີ່ທຳອິດໃນລະດູ 2021 ຂອງແຂວງບັກຢາງ ສືບຕໍ່ເລີ່ມສົ່ງອອກໄປຍັງ ຍີ່ປຸ່ນ ດ້ວຍບັນດາຖ້ຽວບິນ ຂອງ ບໍລີສັດການບິນ Vienam Airlines.
ຈຳ​ນວນລິນຈີ່​ຂອງ ຫວຽດ​ນາມ ສົ່ງ​ອອກ ໄປ​ຍັງ​ຍີ່​ປຸ່ນ ເພີ່ມ​ຂຶ້ນ - ảnh 1ພາບປະກອບ

ກ່ອນໜ້ານັ້ນ, ໃນວັນທີ 23 ພຶດສະພາ ລິນຈີ່ງວດໜຶ່ງຂອງ ບັກຢາງ ກໍ່ໄດ້ໄປເຖິງທ່າອາກາດສະຍານ ຢູ່ ຍີ່ປຸ່ນ ແລ້ວ.

        ຍອດປະລິມານລິນຈີ່ ຂອງບັກຢາງ ສົ່ງອອກໄປຍັງຍີ່ປຸ່ນ ໃນ 2 ຄັ້ງແມ່ນເກືອບ 10 ໂຕນ. ລິນຈີ່ ບັກຢາງທີ່ສົ່ງອອກໃນຈຸດເວລານີ້ ໄດ້ປະຕິບັດຢ່າງຖືກຕ້ອງຕາມ ບັນດາມາດຖານໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດທີ່ສຸດ.

        ປີນີ້, ບັນດາອົງການວິຊາສະເພາະ ຍີ່ປຸ່ນ ໄດ້ມອບສິດໃຫ້ແກ່ອົງການກວດກາ ກັກກັນພະຍາດພືດ ຫວຽດນາມ ປະຕິບັດການ ຕິດຕາມກວດກາ, ຂ້າເຊື້ອໃຫ້ແກ່ລິນຈີ່ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ເລື່ອງນີ້ ຈະຊ່ວຍປະຢັດເວລາ ແລະ ຄ່າທຳນຽມໃນການກະກຽມສົ່ງອອກ, ສ້າງເງື່ອນໄຂຢ່າງສະດວກໃຫ້ແກ່ລິນຈີ່ສົ່ງອອກໄປຍັງຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ