ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50%

(VOVWORLD) -   ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ຈຳນວນແຂກທ່ອງທ່ຽວທີ່ມາທ່ຽວ ຮ່າໂນ້ຍ ບັນລຸເກືອບ 2,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 45,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50% - ảnh 1ແຂກທ່ອງທ່ຽວມາທ່ຽວສາລາບ້ານ ກິມເງິນ, ເມືອງ ຮວ່ານກ໊ຽມ, ຮ່າໂນ້ຍ (ພາບ: TTXVN)

ໃນສະພາບການທີ່ ຫວຽດນາມ ເປີດປະຕູເຄື່ອນໄຫວການທ່ອງທ່ຽວໂດຍສົມບູນ, ຮ່າໂນ້ຍ ພວມຊຸກຍູ້ພັດທະນາການທ່ອງທ່ຽວພາຍໃນປະເທດຕາມທິດ ຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ -  19 ຢ່າງມີປະສິດທິຜົນ. ວຽກງານໂຄສະນາເຜີຍແຜ່ຮູບພາບທ່ອງທ່ຽວ, ສະຖານທີ່ ແລະ ຜະລິດຕະພັນທ່ອງທ່ຽວຂອງນະຄອນຫຼວງ ກໍໄດ້ຜັນຂະຫຍາຍໃນຫຼາຍຊ່ອງທາງການສື່ສານ, ໂທລະພາບພາຍໃນປະເທດ ແລະ ຊ່ອງ CNN ສາກົນ. ຂະແໜງທ່ອງທ່ຽວນະຄອນຫຼວງ ສືບຕໍ່ຫັນຮູບການໂຄສະນາເຜີຍແຜ່ເປັນຫຼາຍຮູບແບບ ໂດຍຜ່ານເວັບໄຊ, ສື່ສັງຄົມອອນລາຍ, ລະບົບຂ່າວສານມະຫາຊົນ ແລະ ໂທລະສັບເພື່ອໜູນຊ່ວຍແຂກທ່ອງທ່ຽວ. ປີ 2022, ຮ່າໂນ້ຍ ໄດ້ຈັດການເຄື່ອນໄຫວ, ເຫດການ, ງານບຸນຫຼາຍຢ່າງທີ່ເປັນມືອາຊີບ, ມີຂອບຂະໜາດໃຫຍ່, ເປັນເອກະລັກສະເພາະ ແລະ ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງນະຄອນຫຼວງ, ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນ.  

ຕອບກັບ

ຂ່າວ/ບົດ​ອື່ນ