ຊຸກ​ຍູ້​ການ​ທູດ ​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ - ອາກ​ເມ​ເນຍ

(VOVWORLD) -ຕອນບ່າຍວັນທີ 5 ພະຈິກ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Vahe Enfiajyan ຮອງປະທານສະພາແຫ່ງຊາດ ອາກເມເນຍ.
ຊຸກ​ຍູ້​ການ​ທູດ ​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ - ອາກ​ເມ​ເນຍ - ảnh 1

ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ແລະ ທ່ານ Vahe Enfiajyan ຮອງປະທານສະພາແຫ່ງຊາດ ອາກເມເນຍ (ພາບ: TTXVN)

ທ່ານນາງ ຕ່ອງທິຟ໊ອງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອກັບ ອາກເມເນຍ, ຂອບໃຈການສະໜັບສະໜູນຂອງ ອາກເມເນຍໃນກິດຈະກຳ ປົດປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບໃນເມື່ອກ່ອນ ແລະ ການສ້າງສາ, ພັດທະນາປະເທດຊາດໃນປັດຈຸບັນ; ທ່ານປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດຢ່າງແຮງກ່ວານີ້ອີກ, ພິເສດແມ່ນຢູ່ໃນບັນດາຂົງເຂດ ເສດຖະກິດ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ…

        ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນກຳມາທິການຂອງ ສະພາແຫ່ງຊາດ, ກໍ່ຄືບັນດາຊ່ອງທາງ ພັກ, ລັດຖະບານ ແລະ ບັນດາທ້ອງຖິ່ນ, ພົວພັນແລກປ່ຽນປະຊາຊົນ, ວິສາຫະກິດເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກນິກກໍ່ຄືແລກປ່ຽນຄຳຄິດເຫັນ, ບົດຮຽນດ້ານນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ