ຊຸກຍູ້ການປະຕິບັດຄວາມຊື່ຕົງໃນການດຳເນີນທຸລະກິດຢູ່ຫວຽດນາມ
ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ເລັ່ງໃສ່ຂໍ້ສະເໜີ
ປະຕິບັດຄວາມຊື່ຕົງໃນການຜະລິດດຳເນີນທຸລະກິດ
|
(Vovworld)- ກອງປະຊຸມສຳມະນາດ້ວຍຫົວເລື່ອງ “ ເພີ່ມທະວີການເຂົ້າຮ່ວມ ຂອງວິສາຫະກິດ, ຊຸກຍູ້ ການປະຕິບັດຄວາມຊື່ຕົງໃນການດຳເນີນທຸລະກິດຢູ່ຫວຽດນາມ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 31/10 ຢູ່ຮ່າໂນ້ຍ. ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ເລັ່ງໃສ່ຂໍ້ສະເໜີ ປະຕິບັດຄວາມຊື່ຕົງໃນການຜະລິດດຳເນີນທຸລະກິດ, ພິເສດບົດບາດຂອງວິສາຫະກິດໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ. ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຖືວ່າ ໄພສໍ້ລາດບັງຫຼວງພວມແມ່ນບັນຫາເປັນໜ້າວິຕົກກັ່ງວົນທີ່ສຸດຂອງບັນດານັກລົງໃນການເຄື່ອນໄຫວດຳເນີນທຸລະກິດ ຢູ່ຫວຽດນາມ. ທ່ານນາງ ເລຮົ່ງຫາຍ ຮອງຫົວໜ້າກົມໃຫຍ່ສ່ວຍສາອາກອນ ໃຫ້ຮູ້ວ່າ :
“ ປະຈຸບັນ, ຂະແໜງສ່ວຍສາອາກອນຫວຽດນາມພວມປະຕິບັດການເຊັນຄຳໝັ້ນສັນຍາຂອງລັດຖະກອນແຕ່ລະຄົນກ່ຽວກັບເລື່ອງບໍ່ມີການກະທຳສໍ້ລາດບັງຫຼວງ. ພ້ອມກັນນັ້ນ, ພວກຂ້າພະເຈົ້າພວມຜັນຂະຫຍາຍໂຄງການຕໍ່ໆໄປໃນຍຸດທະສາດຂອງຂະແໜງຕາມທິດຫັນເປັນອັດຕະໂນມັດ ແລະ ທັນສະໄໝ. ດ້ວຍບັນດາຄວາມຈິງທີ່ຍັງຄົງຄ້າງໃນການກະທຳສໍ້ລາດບັງຫຼວງຂອງລັດຖະກອນ, ພວກຂ້າພະເຈົ້າພວມມີແຜນການ, ຍຸດທະສາດເພື່ອປະຕິບັດ ແລະ ຈະປະຕິບັດຢ່າງຂ້ຽວຂາດ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍຫວັງໃຫ້ທາງຝ່າຍວິສາຫະກິດຄວນເຮັດຫຍັງຕໍ່ໜ້າສະພາບຕົວຈິງຂອງຕົນ”