(ພາບ:dantri.com.vn)
(vovworld)- ແຕ່ວັນທີ 19-23/8, ຢູ່ອົດສະຕາລີ, ກົງສູນໃຫ່ຍສະຖານທູດຫວຽດນາມ ປະຈຳ Perth ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນດ້ານເສດຖະກິດ, ການຄ້າ, ໂຄສະນາວັດທະນະທຳ, ສິລະປະຫວຽດນາມ ຢູ່ເຂດດິນແດນທາງພາກເໜືອອົດສະຕາລີ ໃນສະພາບການສອງປະເທດພວມສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2013). ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຂດດິນແດນທາງພາກເໜືອອົດສະຕາລີ, ທ່ານຫົວໜ້າກົງສູນເລວຽດຢວຽນ ໄດ້ເຂົ້າຢ້ຽມຂ່ຳນັບບັນດາເຈົ້າໜ້າທີ່ລັດຕ່າງໆ, ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ. ທີ່ການພົບປະຄັ້ງຕ່າງໆ, ຜູ້ຕາງໜ້າບັນດາອົງການສຳນັກງານ ອຳນາດການປົກຄອງເຂດດິນແດນລ້ວນແຕ່ຕີລາຄາສູງຄວາມສຳຄັນຂອງຫວຽດນາມ ໃນພາກພື້ນ, ຊື່ງສະແດງໃຫ້ເຫັນຄວາມປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນຍຸດທະສາດຕິດພັນເຂດດິນແດນກັບອາຊີ ຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງກ່ວາອີກ. ໃນໂອກາດງານບຸນມູນເຊື້ອປະຈຳປີຂອງນະຄອນ Darwin, ກົງສູນໃຫ່ຍຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວວັດທະນະທຳ “ສີສັນວັດທະນະທຳຫວຽດນາມ“ ຄື: ໄຂງານວາງສະແດງຮູບພາບ “ຫວຽດນາມ-ສີ່ລະດູ“, ຈັດການສາຍຟີມຮູບເງົາຫວຽດນາມ ແລະ ສົມທົບກັບນະຄອນ Darwin ຈັດງານພົບປະສະເຫຼີມສະຫຼອງ 68 ປີແຫ່ງວັນຊາດຫວຽດນາມ ທີ 2/9 ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອົດສະຕາລີ.