ຊຸກຍູ້ການພົວພັນມິດຕະພາບການຮ່ວມມື ລະຫວ່າງ ຫວຽດນາມ ແລະ Haiti

(vovworld)- ວັນ​ທີ 17/12, ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ທ່ານ ນາຍົກລັດຖະມົນຕີ Haiti, Laurent Salvador Lamothe ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ​ແຕ່​ວັນ​ທີ 16 - 18/12/2012. ພ້ອມ​ກັບ​ການ​ພົບ​ປະ, ​ເຈ​ລະ​ຈາ​ຂັ້ນ​ສູງ​ຄັ້ງ​ຕ່າງໆກັບ​ບັນດາ​ການ​ນຳ ຫວຽດນາມ, ການ​ຢ້ຽມຢາມ ຄັ້ງນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ Haiti ​ແມ່ນກາລະ​ໂອກາດ​​ເພື່ອ​ໃຫ້​ສອງ​ຝ່າຍ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ​ເປີດ​ກວ້າງ​ກາລະ​ໂອກາດຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ  Haiti ​ແລະ ຫວຽດນາມ.

        ສາທາລະນະ​ລັດ Haiti ຂຶ້ນ​ກັບ​ເຂດ Caribe ຕັ້ງ​ຢູ່​ທາງ​ທິດຕ​າ​ເວັນ​ຕົກ​ ເກາະ La Espanola, ທາ​ງທິດຕາ​ເວັນ​ອອກ​ແມ່ນ​ຕິດ​ກັບ ສາທາລະນະ​ລັດ Dominicana. Haiti ນອນ​ໃນ​ປະ​ເທດ​ດ້ອຍ​ພັດທະນາ, ມີ​ລະດັບ​ການ​ພັດທະນາ​ເສດຖະກິດ ​ແລະ ​ລາຍ​ຮັບ​ຕໍ່​ຫົວ​ຄົນໃນ​ລະດັບຕຳ່​ຢູ່ ພາກ​ພື້ນ ອາ​ເມ​ລິ​ກາ​ລາຕີ​ນ. ​ໂຄງ​ປະກອບ​ການ​ພັດທະນາ​​ເສດຖະກິດ​ຂອງ Haiti ຄື: ​ໃນ​ຂົງ​ເຂດ​ກະສິກຳ​ກວມ 25%, ອຸດສາຫະກຳ 16% ​ແລະ ບໍລິການ 59%. ບັນດາ​ຜະລິດ​ຕະພັນ​ກະສິກຳ​ຕົ້ນຕໍ ຊຶ່ງ​ລວມມີ: ກາ​ເຟ, ຕົ້ນ​ອ້ອຍ, ກ້ວຍ,​ ສາລີ, ​ເຂົ້າສານ, ມັນ​ຕົ້ນ. Haiti ມີ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ປຸງ​ແຕ່ງອາຫານ, ​ຫລອມ​ເຫລັກ​ກ້າ, ຕ່ຳ​ແຜ່ນ​ຕັດຫຍິບ, ຜະລິດ​ກົນ​ຈັກ. ປີ 2011,​ ການ​ສົ່ງ​ອອກ​ຂອງ Haiti ບັນລຸ​ກວ່າ 720 ລ້ານ​ USD, ​ໃນ​ນັ້ນ ການ​ສົ່ງ​ສິນຄ້າ​ໄປ​ຍັງ ອາ​ເມ​ລິ​ກາ ກວ່າ 83%. ບັນດາ​ປະ​ເພດ​ສິນຄ້າ​ຕົ້ນຕໍ ນັ້ນ​ແມ່ນ ​ເຄື່ອງ​ຕຳ່ແຜ່ນ​ຕັດຫຍິບ, ກາ​ກາວ, ໝາກມ່ວງ, ກາ​ເຟ. ບັນດາ​ປະ​ເພດ​ສິນຄ້າ​ນຳ​ເຂົ້າ ລວມມູນ​ຄ່າ 3,3 ຕື້ USD ດ້ວຍ​ບັນດາ​ປະ​ເພດ​ສິນຄ້າ​ນຳ​ເຂົ້າ​ຕົ້ນຕໍ ​ແມ່ນ: ​ເຄື່ອງ​ເຟີ​ນີ​ເຈີ, ອາຫານ, ກົນ​ຈັກ, ອຸປະກອນ​ການ​ຜະລິດ, ຂົນ​ສົ່ງ, ​ເຊື້ອ​ເພິ​ງ.

        ຫວຽດນາມ ​ແລະ Haiti ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​​ເມື່ອ​ວັນ​ທີ 26/9/1997.​ ​ເຖິງ​ວ່າ​ສອງ​ປະ​ເທດ​ແມ່ນ​ຫ່າງ​ໄກ​ກ່ຽວ​ກັບ​ພູມີ​ປະ​ເທດ​ກໍ​ຕາມ, ​ແຕ່ການ​ພົວພັນ​ດ້ານ​ການ​ເມືອງ ລະຫວ່າງ ຫວຽດນາມ ​ແລະ Haiti ​ໄດ້ພັດທະນາ​ຢ່າງ​ຈົບງາມ. ພິ​ເສດ ພາຍຫລັງ​ເຫດ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ເມື່ອ​ວັນ​ທີ 12/1/2010 ຢູ່ Haiti ຊຶ່ງ​​ເຮັດ​ໃຫ້​ຜູ້ຖືກ​ເສຍ​ຊີວິດ ກວ່າ 300.000 ຄົນ​ ​ແລະ 3 ລ້ານ​ຄົນ​ມີ​ເຮືອນ​ຊານ​ຖືກ​ທຳລາຍ ​ແລະ ​ເປ່​ເພ, ການ​ນຳ​ພັກ, ລັດ ​ແລະ ລັດຖະບານ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ການ​ນຳ Haiti, ນັ້ນ​ເປັນ​ການສະ​ແດງ​ໃຫ້​ເຫັນຄວາມ​ສາ​ມັກ​ຄີ​ກັບ Haiti ​ແລະ ຜ່ານ​ສະພາກາ​ແດງ ຫວຽດນາມ ຊ່ວຍ​ເຫລືອ ​ໃຫ້​ແກ່ Haiti ຈຳນວນ​ເງິນ 150.000 USD ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ.

        ​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ ລະຫວ່າງ​ສອງ​ປະ​ເທດ ຍັງ​ຈຳກັດ​ຢູ່. ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ສອງ​ຝ່າຍ ຫວຽດນາມ ​ແລະ Haiti ປະຈຸ​ບັນ ຍັງ​ຢູ່​ລະດັບ​ຕຳ່ ​ແຕ່​ຍັງ​ຄົງ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ປີ 2011 ບັນລຸ​ເກືອບ 40 ລ້ານ USD ​(ປີ 2010 ​ແມ່ນ 11 ລ້ານ USD), ​ໃນ​ນັ້ນ ຫວຽດນາມ ສົ່ງ​ອອກ 15 ລ້ານ USD ​ແລະ ນຳ​ເຂົ້າ 25 ລ້ານ USD. ​ໃນ 6 ​ເດືອນ​ຕົ້ນ​ປີ 2012  ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 19 ລ້ານ USD. ຫວຽດນາມ ນຳ​ເຂົ້າ​ສິນຄ້າ​ຈາກ Haiti ວັດຖຸ​ດິບ​ເຄື່ອງ​ຕຳ່ແຜ່ນ​ຕັດຫຍິບ, ​ເກ​ີບຫນັງ, ສິ່ງ​ເສດ​ເຫລືອ​ຂອງ​ເຫລັກ​ກ້າ, ຫົວອາຫານ​ສັດ… ຫວຽດນາມ ສົ່ງ​ສິນຄ້າ​ໄປຍັງ Haiti ​ລວມມີ: ເຄື່ອງ​ຕຳ່​ແຜ່ນຕັດຫຍິບ, ​ເຄື່ອງ​ຈັກສານ, ​​ເຄື່ອງ​ເຟີນີ​ເຈີ ​ແລະ ຜະລິດ​ຕະພັນ​ໄມ້, ໝີ່​ສຳ​ເລັດ​ຮູບ, ​ເຄມີ ​ແລະ​ອື່ນໆ. ປີ 2010 ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ ຫວຽດນາມ Viettel ​ແລະ ບໍລິສັດ​ໃຫຍ່​ໂທລະ​ຄົມ Haiti (Teleco S.A) ​ໄດ້​ຮ່ວມ​ມື​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ໂທລະ​ຄົມ NATCOM S.A ດ້ວຍ​ຍອດ​ຈຳນວນ​​ເງິນ​ລົງທຶນ 100 ລ້ານ USD, ​ໃນ​ນັ້ນ Viettel ປະກອບ 60% ຈຳນວນ​ທຶນ ​ແລະ ບໍລິສັດ​ດັ່ງກ່າວນ​ຳ​ເຂົ້າ​ເຄື່ອນ​ໄຫວ​ນັບແຕ່​ວັນ​ທີ 7/9/2011. ​ໄລ່​ມາ​ຮອດ​ເດືອນ 9/2012, NATACOM ​ກວມ 20% ຕະຫລາດ​ເຄືອ​ຂ່າຍ​ເຄື່ອນ​ທີ່​ຂອງ Haiti. ປະຈຸ​ບັນ ມີ ຄົນ​ງານ​ຫວຽດນາມ 220 ຄົນ ພວມ​ເຮັດ​ວຽກ​ຢູ່ Haiti.

        ​ເຖິງ​ວ່າ Haiti ມີ​ພົນລະ​ເມືອງ​ບໍ່​ຫລາຍ, ມີ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນຢູ່​ໃນ​ລະດັບ​ຕຳ່ ​ແລະ ​ແມ່ນ​ຕະຫລາດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ຄວາມ​ຕ້ອງການ​​ເໝາະສົມ​ກັບ​ສິນຄ້າ​ສົ່ງ​ອອກ​ຈຳນວນ​ຫນຶ່ງ​ຂອງ ຫວຽດນາມ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລົງທຶນ​ໃນ​ບັນດາ​ຂະ​ແຫນງ​ໂທລະ​ຄົມ, ກໍ່ສ້າງ,​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ຜະລິດ​ອຸປະກອນ​ໂທລະ​ຄົມ, ​ເຄື່ອງ​ເອ​ເລັກ​ໂຕ​ນິກນຳ​ໃຊ້​ໃນ​ຄອບຄົວ, ຜະລິດ​ພລາ​ສະຕິ​ກ, ການຜະລິດ​ຄືນ​ໃຫມ່. ຫວຽດນາມ ສາມ​າດ​ແລກປ່ຽນ​ບົດຮຽນ​ ​ແລະ ການ​ຮ່ວມ​ມື ກັບ Haiti ​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ການ​ສຶກສາ, ສາທາລະນະ​ສຸກ ບົນ​ພື້ນຖານຂອບ​ເຂດການ​ຮ່ວມ​ມື NAM - NAM ​ແລະ ການ​ຮ່ວມ​ມື​ສາມ​ຝ່າຍ. ຍາມ​​ໃດ ຫວຽດນາມ ​ແລະ Haiti  ກໍ​ຮັກສາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງສາກົນ ​ແລະ ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ປະຈຸ​ບັນ ສາທາລະນະ​ລັດ Haiti ​ແມ່ນ​ສະມາຊິກ​ຂອງ ສະຫະ​ປະຊາ​ຊາດ, ອົງການ​ຈັດ​ຕັ້ງ​ບັນດາ​ປະ​ເທດ ທະ​ທີ​ບ ​ເອ​ເມ​ລິ​ກາ (OAS), ປະຊາ​ຄົມ Caribe (CARICOM), ສະຫະ​ສະມາຄົມ​ບັນດາ​ປະ​ເທດ Caribe (AEC) ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ອ່ືນ​ຄື: ອົງການ​ແຮງ​ງານ​ສາກົນ (ILO), ອົງການ​ການ​ຄ້າ​ໂລກ (WTO)…

        ໃນສະພາບການນັ້ນ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ​ນາຍົກລັດຖະມົນຕີ Haiti, Laurent Salvador Lamothe ຈະ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ສອງ​ປະ​ເທດ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Haiti, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ​, ​ໂທລະ​ຄົມ, ກໍ່ສ້າງ, ສາທາລະນະ​ສຸກ… ພ້ອມ​ທັງ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ