ປະທານາທິບໍດີຝະລັ່ງ ຄົນໃໝ່
(ພາບ:ອິນເຕີແນັດ)
( vovworld ) – ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳປາຣີ ພາຍຫຼັງການເລືອກຕັ້ງປະທານາທິບໍດີຝະລັ່ງ, ທ່ານ Claude Blanchemaison ອະດີດເອກອັກຄະລັດຖະທູດຝະລັ່ງ ປະຈຳຫວຽດນາມ ໄລຍະ 1989-1993 ໃນສະໄໝອະດີດປະທານາທິບໍດີ Francois Mitterand, ປະຈຸບັນແມ່ນຜູ້ຕາງໜ້າຝະລັ່ງ ປະຈຳສະຫະສະມາຄົມອາຊີ-ເອີລົບ ສະແດງຄວາມ ເຊື່ອໝັ້ນວ່າ: “ລັດຖະບານຂອງປະທານາທິບໍດີ Francois Hollande ຈະມີບັນດາການເຄື່ອນໄຫວຊຸກຍູ້ການພົວພັນລະຫວ່າງຝະລັ່ງ ກັບຫວຽດນາມ ເວົ້າສະເພາະ ແລະ ໃນຂອບເຂດຮ່ວມມືອາຊີ-ເອີລົບ ເວົ້າລວມ“. ທ່ານ ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າຖືວ່າ: ການເອົາໃຈໃສ່ເຖິງພາກພື້ນອາຊີ ໂດຍສະເພາະແມ່ນການຊຸກຍູ້ການພົວພັນລະຫວ່າງຝະລັ່ງ-ຫວຽດນາມ ແມ່ນສຳຄັນທີ່ສຸດ. ພິເສດ, ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີລະດັບການຈະເລີນເຕີບໂຕສູງກ່ວາໝູ່, ມີຕະຫຼາດແກ່ງແຍ້ງ. ບັນດານັກທຸລະກິດຝະລັ່ງ ນັບມື້ນັບໄດ້ລົງທຶນຫຼາຍເຂົ້າພາກພື້ນອາຊີ, ຄືຈີນ, ອິນ ເດຍ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນຫວຽດນາມ. ຂ້າພະເຈົ້າຄິດວ່າ, ປະທານາທິບໍດີຄົນໃໝ່ ຈະເອົາໃຈໃສ່ເຖິງການຊຸກຍູ້ການພົວພັນລະຫວ່າງບັນດາປະເທດເອີລົບ ກັບ ອາຊຽນ, ໃນນັ້ນ, ຫວຽດນາມ ມີທີ່ຕັ້ງບົດບາດສຳຄັນ“.