ຊຸກຍູ້ການພົວພັນສາມັກຄີມິດຕະພາບ ຫວຽດນາມ - ກູບາ
(VOVWORLD) -ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz (ພາບ: TTXVN) |
ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ກູບາ Manuel Marrero Cruz ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງສອງຝ່າຍໃນການສືບຕໍ່ພັດທະນາ ແລະ ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ລັດຖະບານ ແລະ ປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.
ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ແມ່ນການຢ້ຽມຢາມນອກພາກພື້ນ ອາເມລິກາ ລາຕິນ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ນັບແຕ່ເມື່ອຮັບດຳລົງຕຳແໜ່ງ ແລະ ກໍແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ກູບາ ນັບແຕ່ປີ 2018 ມານີ້.