(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ວັນທີ 24/4, ທ່ານ Chung Sye –kyun, ປະທານສະພາແຫ່ງຊາດ ສ. ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ. ເກົາຫຼີ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຖືກດຳເນີນແຕ່ວັນທີ 24 – 26/4. ຕາມແຜນການແລ້ວ, ຕອນເຊົ້າວັນທີ 25/4, ຢູ່ສຳນັກງານສະພາແຫ່ງຊາດ, ພິທີຕ້ອນຮັບທາງການທ່ານ ປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Sye –kyun ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ. ເກົາຫຼີ ໄດ້ຮັບການຈັດຕັ້ງຢ່າງສົມກຽດພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ພາຍຫຼັງພິທີ, 2 ຝ່າຍໄດ້ດຳເນີນການເຈລະຈາ.
ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນເດືອນ 12/1992 ມາຮອດປະຈຸບັນ, ການພົວພັນ ຫວຽດນາມ - ສ. ເກົາຫຼີ ໄດ້ພັດທະນາຢ່າງແຮງ. 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນສູ່ລະດັບ “ຄູ່ຮ່ວມມືຮອບດ້ານໃນສະຕະວັດທີ 21” ໃນປີ 2001 ແລະ ສືບຕໍ່ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດ” ໃນປີ 2009. ສິ່ງດັ່ງກ່າວໄດ້ຢັ້ງຢືນເຈດຈຳນົງ ແລະ ຄວາມຕັດສິນໃຈດ້ານການເມືອງຂອງການນຳ ກໍ່ຄືປະຊາຊົນ 2 ປະເທດ, ພ້ອມທັງສ້າງພື້ນຖານການເມືອງທີ່ສຳຄັນນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ພັດທະນາຢູ່ລະດັບຍຸດທະສາດໃໝ່ໃນທຸກໆຂົງເຂດ. ເມື່ອຕີລາຄາກ່ຽວກັບການພົວພັນ 2 ປະເທດ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ເກົາຫຼີ ປະຈຳ ຫວຽດນາມ Lee Hyuk ຖືວ່າ:
“ມາຮອດປະຈຸບັນການພົວພັນ ສ. ເກົາຫຼີ ແລະ ຫວຽດນາມ ໄດ້ຄົບຮອບ 25 ປີແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ການພົວພັນນີ້ໄດ້ຮັບການພັດທະນາຢ່າງແຮງໃນທຸກດ້ານ. ພິເສດ, ໃນການພົວພັນຮ່ວມມືດ້ານເສດຖະກິດ, ສ. ເກົາຫຼີ ໄດ້ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ຫວຽດນາມ. ປີ 2016, ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸ 45 ຕື້ USD, ຊ້ຳບໍ່ໜຳ, ການສົ່ງອອກຂອງ ສ. ເກົາຫຼີ ມາ ຫວຽດນາມ ລື່ນກາຍການສົ່ງອອກຂອງ ສ. ເກົາຫຼີ ໄປຍັງ ຍີ່ປຸ່ນ ຫຼາຍ”
ມາຮອດປະຈຸບັນ, ສ. ເກົາຫຼີ ກໍ່ໄດ້ບື່ນຕົວຂຶ້ນກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ. ເມື່ອຕີລາຄາກ່ຽວກັບການໜູນຊ່ວຍຂອງ ສ. ເກົາຫຼີ ສຳລັບ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮູຍດົງ, ໃຫ້ຮູ້ວ່າ:
“ໂດຍແມ່ນປະເທດໄດ້ຮັບການຕີລາຄາບັນລຸຜົນສຳເລັດທີ່ສຸດໃນການຫັນຈາກປະເທດໄດ້ຮັບການອຸປະຖຳ ກາຍເປັນປະເທດສະໜອງການອຸປະຖຳ, ສ. ເກົາຫຼີ ໄດ້ສະຫງວນການໜູນຊ່ວຍຫຼາຍຢ່າງໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ທັງດ້ານວັດຖຸ ແລະ ພຸມປັນຍາ. ຂ້າພະເຈົ້າເອງ ມີຄວາມປະທັບໃຈຕໍ່ໂຄງການແບ່ງປັນພຸມປັນຍາໂດຍກະຊວງຍຸດທະສາດ ແລະ ການເງິນ ສ. ເກົາຫຼີ ອຸປະຖຳ ເຊິ່ງໃນນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືໄດ້ຮັບ. ຫວຽດນາມ ໄດ້ ແລະ ພວມຮ່ຳຮຽນຫຼາຍບົດຮຽນອັນລ້ຳຄ່າຂອງ ສ ເກົາຫຼີ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ”