ຊຸກຍູ້ການພົວພັນຮ່ວມມື2ຝ່າຍຫວຽດນາມແລະສະຫະພາບເອີລົບ

ຊຸກຍູ້ການພົວພັນຮ່ວມມື2ຝ່າຍຫວຽດນາມແລະສະຫະພາບເອີລົບ - ảnh 1
ທ່ານນາງ Catherine Ashton (ຊ້າຍ) ແລະ ທ່ານ ຟ້າ​ມບິ່ງ​ມິ​ງ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າປະເທດ ຢູ່ບຣຸກແຊນ
(ພາບ: Hương Giang/TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ທ່ານນາງ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ (EC), ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ (EU) ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ Catherine Ashton, ຈະມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 – 12/8/2014. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ທຳ​ອິດ​ຂອງຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ ກ່ຽວ​ກັບ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ນັບ​ແຕ່​ເມື່ອ​ສັນຍາ Lisbon ມີ​ຜົນ​ສັດ​ສິດ​ໃນ​ປີ 2009. ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາງ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Catherine Ashton ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ອີ​ຢູ ​​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພີ່ມທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍ​ຝ່າ​ຍຄື: ອາ​ຊຽນ - ອີ​ຢູ, ASEM, ສປຊ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 


ຂ່າວ/ບົດ​ອື່ນ