ຊຸກຍູ້ການພົວພັນຮ່ວມມື,ການພັດທະນາເສດຖະກິດ,ການຄ້າ,ການທ່ອງທ່ຽວຫວຽດນາມແລະອິນເດຍ
ກອງປະຊຸມສຳມະນາການຮ່ວມມືພັດທະນາລະຫວ່າງ
ຫວຽດນາມ-ອິນເດຍ ຈາກແງ່ມູນດ້ານເສດຖະກິດ
(vovworld) – ຕອນເຊົ້າວັນທີ 11/5, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ: “ການຮ່ວມມືພັດທະນາລະຫວ່າງ ຫວຽດນາມ-ອິນເດຍ ຈາກແງ່ມູນດ້ານເສດຖະກິດ”. ບົດປະກອບຄຳເຫັນ 40 ບົດຢູ່ກອງປະຊຸມສຳມະນາໄດ້ໄຈ້ແຍກຢ່າງເລິກເຊິ່ງບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື, ການພັດທະນາເສດຖະກິດ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ຫວຽດນາມ-ອິນເດຍ. ປະຈຸບັນ, ວົງເງິນການຄ້າ 2 ຝ່າຍບັນລຸ 8 ຕື້ USD, ເພີ່ມຂຶ້ນ 20 ເທົ່າໃນ 10 ປີຜ່ານມາ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ້ຖັ໋ງຫາຍ ຢືນຢັນວ່າ ການຄ້າ 2 ຝ່າຍ ລະຫວ່າງ ຫວຽດນາມ-ອິນເດຍ ແນ່ນອນວ່າຈະບັນລຸໄດ້ຄາດໝາຍ 15 ຕື້ USD ໃນປີ 2015.
“ຫວຽດນາມ ແລະ ອິນເດຍ ໄດ້ເຂົ້າຮ່ວມລົງນາມໃນສັນຍາການຄ້າບໍລິການ ແລະ ສັນຍາການລົງທຶນໃນຂອບເຂດສັນຍາແມ່ກ່ຽວກັບການຮ່ວມມືດຳເນີນທຸລະກິດຮອບດ້ານ ອາຊຽນ-ອິນເດຍ. ນອກຈາກນັ້ນ, ຫວຽດນາມ ແລະ ອິນເດຍ ພວມພ້ອມກັນເຂົ້າຮ່ວມການເຈລະຈາສັນຍາເສດຖະກິດຮອບດ້ານ ລະຫວ່າງບັນດາປະເທດ ອາຊຽນ ແລະ 6 ປະເທດຄູ່ຮ່ວມມື FTA ຂອງ ອາຊຽນ. ພວກຂ້າພະເຈົ້າຖືວ່າ: ນີ້ແມ່ນຄວາມສະດວກ ແລະ ບັນດາຂອບເຂດນິຕິກຳສຳຄັນ ແລະ ແມ່ນຖະຖົມປັດໄຈໃຫ້ການພັດທະນາດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ ແລະ ອິນເດຍ.”
ເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດ ຫວຽດນາມ ແລະ ອິນເດຍ, ບັນດາຜູ້ແທນໄດ້ມີຂໍ້ສະເໜີແນະຄວນເພີ່ມທະວີການຮ່ວມມືລົງທຶນ, ວິທະຍາສາດ, ເຕັກໂລໂນຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ລະຫວ່າງ 2 ປະເທດ. ພ້ອມກັນນັ້ນກໍຕ້ອງຊຸກຍູ້ການຄົ້ນຄ້ວາ, ຕີລາຄາຄວາມສາມາດບົ່ມຊ້ອນການພັດທະນາຂອງ ອິນເດຍ ຢ່າງເປັນລະບົບ.