ຊຸກຍູ້ການພົວພັນຮ່ວມມືລົງທຶນ - ການຄ້າລະຫວ່າງ ຫວຽດນາມ ກັບ ສ. ເກົາຫຼີ

(VOVWORLD) - ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ຫວຽດນາມ ແລະ ສ. ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22/12/1992.
ຊຸກຍູ້ການພົວພັນຮ່ວມມືລົງທຶນ - ການຄ້າລະຫວ່າງ ຫວຽດນາມ ກັບ ສ. ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບສະຫະສະມາຄົມ, ວິສາຫະກິດ ສ. ເກົາຫຼີ ຢູ່ ຫວຽດນາມ (ພາບ: Dương Giang/TTXVN)

ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບສະຫະສະມາຄົມ, ວິສາຫະກິດ ສ. ເກົາຫຼີ ຢູ່ ຫວຽດນາມ ໂດຍ ຫ້ອງວ່າການລັດຖະບານ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຈັດຕັ້ງ. ການໂອ້ລົມສົນທະນາແບບທາງໄກ ໄດ້ເຊື່ອມຕໍ່ກັບບັນດາສະຖານທີ່ຢູ່ບາງແຂວງ, ນະຄອນໃຫຍ່; 40 ສະຖານທີ່ເຊື່ອມຕໍ່ແມ່ນບັນດາວິສາຫະກິດ ສ ເກົາຫຼີ ຢູ່ ຫວຽດນາມ.

        ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ຫວຽດນາມ ແລະ ສ. ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 22/12/1992. ພາຍຫຼັງ 30 ປີ, ການພົວພັນ ຫວຽດນາມ - ສ ເກົາຫຼີ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ແທດຈິງ, ຮອບດ້ານ, ບຸກທະລຸທັງດ້ານສອງຝ່າຍ ແລະ ຫຼາຍຝ່າຍ ແລະ ຫຼາຍຂົງເຂດຮ່ວມມືທີ່ແຕກຕ່າງກັນ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາຜູ້ແທນ ແລກປ່ຽນຢ່າງກົງໄປກົງມາ, ເປີດອົກເປີດໃຈ, ສະເໜີຢ່າງແທດຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ລົງທຶນ - ການຄ້າລະຫວ່າງສອງປະເທດ:

        “ຂ້າພະເຈົ້າສະເໜີວ່າ: ຕົວແທນບັນດາສະມາຄົມວິສາຫະກິດ ສ. ເກົາຫຼີ ຄວນຍົກອອກບັນຫາຕິດຂັດ, ຫຍຸ້ງຍາກ ເພື່ອຜະລິດ, ດຳເນີນທຸລະກິດ, ບັນດາຂໍ້ລິເລີ່ມກ່ຽວກັບວິໄສທັດ, ການເຄື່ອນໄຫວຍຸດທະສາດຂອງຕົນ, ໂດຍສະເພາະແມ່ນຍົກສູງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ; ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດ ແລະ ປະກອບສ່ວນເຮັດໃຫ້ສອງປະເທດ ນັບມື້ນັບຮຸ່ງເຮືອງເຂັ້ມແຂງ ແລະ ວັດທະນາຖາວອນ, ປະຊາຊົນຂອງສອງປະເທດນັບມື້ນັບມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ. ”

ຕອບກັບ

ຂ່າວ/ບົດ​ອື່ນ