ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະອິດສະຣາແອນກວ່າອີກ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະອິດສະຣາແອນກວ່າອີກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ (ຢືນ​ຢູ່ກາງ)
ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິດ​ສະ​ຣາ​ແອນ Meirav Eilon Shahar (ຢືນ​ຢູ່ເບື້ອງ​ຊ້າຍ)
(ພາບ: TTXVN)

(vovworld) - ​ ຕອ​ນ​ບ່າຍ​ວັນ​ທີ 13/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ອິດ​ສະ​ຣາ​ແອນ ປະ​ຈຳ​ຫວຽດ​ນາມ Meirav Eilon Shahar. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ຈະ​ໄດ້​ຮັບ​ການ​ຍູ້​ແຮງ ແລະ ພັດ​ທະ​ນາ​ຢ່າງ​ດີ​ງາມກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ປາດ​ຖະ​ໜາ​ວ່າ, ອິດ​ສະ​ຣາ​ແອນ ຈະ​ຮັບ​ຮອງຫວຽດ​ນາມ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຢ່າງ​ຄົບ​ຖ້ວນ​ໂດຍ​ໄວ; ເຫັນ​ດີ​​ເປັນ​ເອ​ກະ​ສັນໂດຍ​ຖື​ວ່າ, ຄວາມ​ສາ​ມາດ​ບົ​ມ​ຊ້ອນ​ພັດ​ທະ​ນາ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢ່​ູ. ຕີ​ລາ​ຄາ​ສູງ​ບັນ​ດາ​ໂຄງ​ການ​ຂອງ​ອິດ​ສະ​ຣາ​ແອນ ພວມ​ຜັນ​ຂະ​ຫຍາຍ​ຢູ່​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ສະ​ເໜີ​ໃຫ້​ສະ​ຖານ​ທ​ູດ​ອິ​ດ​ສະ​ຣາ​ແອນ ທີ່ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເພື່ອ​ເປີດກ​ວ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື. ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ວິ​ສາ​ຫະ​ກິດ​ອິດ​ສະ​ຣາ​ແອນ ​ທີ່ມາ​ລົງ​ທຶນ, ດຳ​ເນ​ີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ​… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ່​ປາດ​ຖະ​ໜາ​ວ່າ​ ອິດ​ສະ​ຣາ​ແອນ ​ຈະໜູນ​ຊ່ວຍ​ຫວຽດ​ນາມ ຊຸກ​ຍູ້​​ການ​ຮ່ວມ​ມື​ໃນບັນ​ດາ​ຂົງ​ເຂດ​ເຊິ່ງ​ປະ​ເທດນີ້​ມີ​ທ່າ​ແຮງ​ຄື: ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ, ກະ​ສິ​ກຳ,  ແຮງ​ງານ, ການ​ປ້ອງ​ກັນ​ຊາດ​.

        ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິດ​ສະ​ຣາ​ແອນ Meirav Eilon Shahar ຖື​ວ່າ, 2 ປະ​ເທດ​ໄດ້​ຜ່ານ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ 2 ຄັ້ງ, ຫວັງ​ວ່າ​ຈະ​ສຳ​ເລັດ​ໂດຍ​ໄວ​ເພື່ອ​ລົງ​ນາມ, ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Meirav Eilon Shahar ຖື​ວ່າ, ເຫດ​ການປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາກ​ງານ ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ ຈະ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ, ແງ່​ຫວັງ​ຮ່ວມ​ມື​ໃໝ່​ຫ​ຼາຍ​ຢ່າງລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ