ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຫວຽດນາມ-Vanuatu

ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຫວຽດນາມ-Vanuatu - ảnh 1
ທ່ານ Joe Natuman ນາ​ຍົກ​ລັດ​ຖະ​ມົນ​ຕີ Vanuatu
photo:baotintuc.vn

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ, ທ່ານ Joe Natuman ນາ​ຍົກ​ລັດ​ຖະ​ມົນ​ຕີ Vanuatu ແລະ ພັນ​ລະ​ຍາ ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 5- 9/10/2014. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Joe Natuman ຢ້ຽມ​ຢາມ​ຫວຽດ​ນາມ ແລະ ​ເປັນຄັ້ງ​ທີ 2 ໃນ​ຂັ້ນ​ນາ​ຍົກ​ລັດ​ຖະ​ມົນ​ຕີຂອງ Vanuatu. ປະ​ເທດ Vanuatu ຖືກ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປາ​ຊີ​ຟີກ, ທາງ​ທິດ​ຕາ​ເວັນ​ອອກ ອົດ​ສະ​ຕາ​ລີ. ​ປະ​ຈຸ​ບັນ ມີ​ຊາວຫວຽດ​ນາມ ປະ​ມານ 500 ຄົນ ດຳ​ລົງ​ຊີ​ວິດ​ຢູ່ ປະ​ເທດນີ້ໃນ​ຍອດ​ຈຳ​ນວນ​ພົນ​ລະ​ເມືອງ​ຂອງ Vanuatu 267.000 ຄົນ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Vanuatu ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ແລກ​ປ່ຽນ​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ