ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ສເກົາຫລີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສເກົາຫລີ ຕາມຄຳເຊີນຂອງລັດຖະບານ ສເກົາຫລີ, ວັນທີ 21 ພະຈິກ, ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສເກົາຫລີ Lee Mak yeon, ແລະ ຕ້ອນຮັບປະທານສະມາຄົມມິດຕະພາບ ສເກົາຫລີ - ຫວຽດນາມ Choi Young-joo.

ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ສເກົາຫລີ - ảnh 1 ທ່ານ ເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ພົບປະກັບທ່ານນາຍົກລັດຖະມົນຕີ ສເກົາຫລີ Lee Mak yeon

ພາບ:chinhphu.vn

ທີ່ການພົບປະ, ສອງຝ່າຍເຫັນດີຕໍ່ບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຮງ ແລະຮອບດ້ານກວ່າອີກໃນໄລຍະຈະມາເຖິງ. ສອງປະເທດສືບຕໍ່ຮັກສາການພົບປະຄະນະຜູ້ແທນຂັ້ນສູງເປັນປະຈຳ, ສ້າງສະພາບແວດລ້ອມດ້ານການເມືອງຢ່າງສະດວກ ເພື່ອເປີດກວ້າງການຮ່ວມມື; ຜັນຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມື, ການໂອ້ລົມສົນທະນາທີ່ມີຢູ່ແລ້ວ. ພ້ອມທັງຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສເກົາຫລີ ຢ່າງມີປະສິດທິຜົນ, ສູ້ຊົນຍົກວົງເງິນການຄ້າສອງປະເທດບັນລຸໃຫ້ໄດ້ 100 ຕື້ USD ໃນປີ 2020, ສືບຕໍ່ຮັກສາການສົມທົບກັນທີ່ບັນດາເວທີປາໄສຫລາຍຝ່າຍ, ເພີ່ມທະວີການສົມທົບກັນໃນບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍມີຄວາມສົນໃຈ.

ທີ່ການຕ້ອນຮັບປະທານສະມາຄົມມິດຕະພາບ ສເກົາຫລີ -ຫວຽດນາມ Choi Young joo, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ສະເຫນີ ທ່ານ Choi Young joo ດ້ວຍບົດບາດແມ່ນປະທານສະມາຄົມ, ນັກທຸລະກິດ, ສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບສະມາຄົມມິດຕະພາບ ຫວຽດນາມ -ສເກົາຫລີ, ສະຖານທູດຫວຽດນາມ ປະຈຳ ສເກົາຫລີ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ