ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – “ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ” ນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງກະຊວງຖະແຫຼງຂ່າວ ແລະ ສື່ສານໃນປີ 2016 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຍົກອອກສິ່ງດັ່ງກ່າວທີ່ກອງປະຊຸມສະຫລຸບວຽກງານປີ 2015 ແລະ ຜັນຂະຫຍາຍໜ້າທີ່ປີ 2016 ຂອງກະຊວງ ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 31/12 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ປີ 2015, ຂະແໜງຖະແໜງຂ່າວ ແລະ ສື່ສານ ບັນລຸໄດ້ຜົນງານຫລາຍຢ່າງ, ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈນັ້ນ ແມ່ນເລື່ອງຮັບປະກັນຄວາມປອດໄພດໃນການສື່ສານ; ເປັນເສນາທິການໃຫ້ລັດຖະບານ ແລະ ອື່ນໆ…ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ: ປີ 2016 ແລະ ຊຸມໄປຕໍ່ໄປ, ຂະແໜງຖະແຫຼງຂ່າວ ແລະ ສື່ສານ ຄວນເຕົ້າໂຮມກຳລັງ, ຊີ້ນຳບັນດາທ້ອງຖິ່ນ ເພື່ອນຳນະໂຍບາຍເຂົ້າໃນຊີວິດການເປັນຢູ່; ສືບຕໍ່ເອົາໃຈໃສ່ພັດທະນາບັນດາການບໍລິການສາທາລະນະ…ທ່ານຮອງນາຍົກລັດຖະມົນຕີ ກໍ່ປາດຖະໜາວ່າ: ກະຊວງຖະແຫຼງຂ່າວ ແລະ ສື່ສານ ສືບຕໍ່ຍູ້ແຮງການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ບັນດາໂຮງຮຽນກໍ່ສ້າງກ່ຽວກັບດ້ານເຕັກໂນໂລຢີສື່ສານຕັ້ງໜ້າປ່ຽນໃໝ່ກົນໄກ, ສົມທົບກັບບັນດາຫົວໜ່ວຍໃນຂະແໜງ ເຫັນດີເປັນເອກະພາບວິທີການກໍ່ສ້າງຄືນໃໝ່, ກໍ່ສ້າງລົງເລິກ ເພື່ອສະໜອງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ຂົງເຂດນີ້.