ຊຸກຍູ້ການຮ່ວມມືການທູດປະຊາຊົນກັບລາຊະອານາຈັກໂຮນລັງ

(VOVWORLD) -ຜ່ານໄລຍະ 48 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ໂຮນລັງ ໄດ້ມີບັນດາບາດກ້າວທີ່ຍາວໃກ, ໝັ້ນຄົງເຂັ້ມແຂງ ຜ່ານບັນດາການໄປຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດ ແລະ ໄດ້ຍົກສູນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2019.
ຊຸກຍູ້ການຮ່ວມມືການທູດປະຊາຊົນກັບລາຊະອານາຈັກໂຮນລັງ - ảnh 1ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ໂຮນລັງ
(ພາບ: thoidai.com.vn)

ຕອນເຊົ້າວັນທີ 14 ພຶດສະພາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຈ່ຈີມິນ (HUFO) ໄດ້ຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ໂຮນລັງ (1973-2021). ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈິ່ນຮ່ວາງແຄ໊ງເວິນ, ຮອບປະທານຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ເນັ້ນໜັກວ່າ: ຜ່ານໄລຍະ 48 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ໂຮນລັງ ໄດ້ມີບັນດາບາດກ້າວທີ່ຍາວໃກ, ໝັ້ນຄົງເຂັ້ມແຂງ ຜ່ານບັນດາການໄປຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດ ແລະ ໄດ້ຍົກສູນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2019. ປະຈຸບັນ, ນອກຈາກຄະນະກຳມະການສາທາລະນະສຸກໂຮນລັງ - ຫວຽດນາມ, ຍັງມີຫຼາຍອົງການບໍ່ຂຶ້ນກັບລັດຖະບານອື່ນຂອງ ໂຮນລັງ ສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດການແພດ, ການສຶກສາ, ລົງລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ… ໃນນັ້ນ, ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າທົ່ວປະເທດກ່ຽວກັບການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບໂຮນລັງ, ພິເສດແມ່ນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.

        ສ່ວນທ່ານ Carel Jacob Johan Richter, ຫົວໜ້າສະຖານກົງສູນແຫ່ງລາຊະອານາຈັກ ໂຮນລັງ ປະຈຳນະຄອນ ໂຮ່ຈີມິນ, ຢືນຢັນວ່າ ຫວຽດນາມ ແມ່ນປະເທດບຸລິມະສິດໃນການພົວພັນຕ່າງປະເທດຂອງລາຊະອານາຈັກ ໂຮນລັງ, ໃນນັ້ນໄດ້ສຸມໃສ່ເຂົ້າໃນຂົງເຂດການຄ້າ-ການລົງທຶນ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ຫວຽດນາມ. ໂຮນລັງ ໄດ້ຮັກສາເລື່ອງເປັນຄູ່ຮ່ວມມືເສດຖະກິດສຳຄັນຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ