ຊຸກຍູ້ການຮ່ວມມືກຳລັງປະຕິບັດກົດໝາຍຢູ່່ທະເລຂອງ ຫວຽດນາມ ກັບ ໄທ ແລະ ຟີລິບປິນ

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນ, ປຶກສາຫາລື ແລະ ລົງນາມ “ຂໍ້ຕົກລົງຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານທາງທະເລ ແລະ ຊອກຫາກູ້ໄພກູ້ຊີບຢູ່ທະເລລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ Thai - MECC ”....
ຊຸກຍູ້ການຮ່ວມມືກຳລັງປະຕິບັດກົດໝາຍຢູ່່ທະເລຂອງ ຫວຽດນາມ ກັບ ໄທ ແລະ ຟີລິບປິນ - ảnh 1ກ່ຳປັ່ນຂອງກຳລັງຕຳຫຼວດ ຫວຽດນາມ ດຳເນີນການກູ້ໄພກູ້ຊີບຢູ່ທະເລ
(ພາບ:Minh Huệ/TTXVN)

ໃນຂອບເຂດລາຍການພົບປະແລກປ່ຽນ “ຕຳຫຼວດທະເລ ຫວຽດນາມ ແລະ ເພື່ອນມິດ”, ຕອນບ່າຍວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ພົນຈັດຕະວາ ເລກວາງດ້າວ, ຜູ້ບັນຊາການຕຳຫຼວດທະເລ ຫວຽດນາມ, ໄດ້ພົບປະແລກປ່ຽນສອງຝ່າຍກັບສູນບັນຊາການ ເດີນເຮືອ ໄທ (Thai- MECC) ແລະ ກຳລັງປ້ອງກັນເຂດແຄມທະເລ ຟີລິບປິນ. ທີ່ການແລກປ່ຽນສອງຝ່າຍກັບສູນບັນຊາການເດີນເຮືອ ໄທ (Thai- MECC) , ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນ, ປຶກສາຫາລື ແລະ ລົງນາມ “ຂໍ້ຕົກລົງຮ່ວມມືກ່ຽວກັບການແບ່ງປັນຂໍ້ມູນຂ່າວສານທາງທະເລ ແລະ ຊອກຫາກູ້ໄພກູ້ຊີບຢູ່ທະເລລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ Thai - MECC ”.

        ໃນການພົບປະກັບກຳລັງປ້ອງກັນເຂດແຄມທະເລ ຟີລິບປິນ, ພົນຈັດຕະວາ ເລກວາງດ້າວ, ຫວັງວ່າ ຕຳຫຼວດທະເລ ຫວຽດນາມ ກັບກຳລັງປະຕິບັດກົດໝາຍຢູ່ທະເລຂອງຟີລິບປິນ ຈະເສີມຂະຫຍາຍ ແລະ ຊຸກຍູ້ການພົວພັນຮ່ວມມື; ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານເປັນປະຈຳ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລເປັນຢ່າງດີ, ປະກອບສ່ວນເພີ່ມທະວີການຮ່ວມມື, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບ ແລະ ພັດທະນາເຂດທະເລຂອງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ