ຊຸກຍູ້ການຮ່ວມມືດ້ານ ເສດຖະກິດຫວຽດນາມ- ຍີ່ປຸ່ນ
Hoang Lien Son ນັກຂ່າວ VOV ປະຈຳຍີ່ປຸ່ນ -  
(ພາບ:xaluan.com)
(vovworld)- ຕອນບ່າຍວັນທີ 18/7, ຢູ່ໂຕກຽວ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ສົມທົບກັບສະພາ ຊຸກຍູ້ການທູດ ປຊຊ ຍີ່ປຸ່ນ ຈັດຕັ້ງເວທີປາໄສໂອ້ລົມສົນທະນາ ເສດຖະກິດຫວຽດນາມ-ຍີ່ປຸ່ນ ຄັ້ງທີ 7. ນີ້ແມ່ນການເຄື່ອນໄຫວໃນຂອບເຂດລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ຍີ່ປຸ່ນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານດ່ວານຊວນຮຶງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຖືວ່າ: ຜ່ານບັນດາບ້ວງເງິນອຸປະຖຳພັດທະນາ ແລະ ການລົງທຶນໂດຍກົງ, ລັດຖະບານ ແລະ ບັນດາວິສາຫະກິດຍີ່ປຸ່ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາປະເທດຊາດຫວຽດນາມ. ແຕ່ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານເສດຖະກິດຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ອາລົມຈິດຄວາມຮັກແພງຊື່ງສອງປະເທດທີ່ໄດ້ສະຫງວນໃຫ້ແກ່ກັນເທື່ອ, ສະນັ້ນ, ບັນດາວິສາຫະກິດຍີ່ປຸ່ນ ຄວນສືບຕໍ່ລົງທຶນເຂົ້າຫວຽດນາມ. ສ່ວນທ່ານ ດຣ Etsuro Honda ທີ່ປຶກສາຫ້ອງວ່າການລັດຖະບານຍີ່ປຸ່ນ ຖືວ່າ: ຍາມໃດ ຫວຽດນາມ ກໍ່ແມ່ນສະຖານທີ່ລົງທຶນທີ່ດຶງດູດໃຈບັນດານັກທຸລະກິດຍີ່ປຸ່ນ.
Hoang Lien Son ນັກຂ່າວ VOV ປະຈຳຍີ່ປຸ່ນ