ຊຸກຍູ້ການຮ່ວມມືດ້ານການ ປ້ອງກັນຊາດລະຫວ່າງ ຫວຽດນາມ-ສ.ເຊັກ


ຊຸກຍູ້ການຮ່ວມມືດ້ານການ ປ້ອງກັນຊາດລະຫວ່າງ ຫວຽດນາມ-ສ.ເຊັກ - ảnh 1
(ພາບປະກອບ:
Trọng Đức/TTXVN)

(vovworld) –​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນພົນ​ໂທ​ໂດ້ບາ​ຕິ, ຫົວໜ້າ​ເສນາ​ທິການ​ໃຫ່ຍກອງທັບ ປຊຊ ຫວຽດນາມ, ຮອງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນສູງ ສ.​ເຊັກ ​ໂດຍ​ທ່ານ​ພົນ​ເອກ Petr Pavel ຫົວໜ້າ​ເສນາ​ທິການ​ໃຫ່ຍນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ. ພິທີ​ຕ້ອນຮັບ ​ແລະ ​ເຈະລາ​ຈາ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ໃນ​ວັນ​ທີ 15/8 ຢູ່​ຮ່າ​ໂນ້ຍ.

   ທ່າ​ນພົນ​ໂທ​ໂດ້ບາ​ຕິ ​ແລະ ທ່ານ​ພົນ​ເອກ Petr Pavel ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ, ມາດ​ຕະການ​ເພື່ອ​ແນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນຊາ​ດສອງ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນສຸມ​ໃສ່​ບາງ​ຂົງ​ເຂດ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂັ້ນສູງ, ການ​ຮ່ວມ​ມືດ້ານ​ການ​ບຳລຸງ​ສ້າງ, ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຄົ້ນຄ້ວາ​ວິທະຍາສາດ, ​ເຕັກນິກ​ການ​ທະຫານ…​ບົນ​ພື້ນຖານ​ບັນດາ​ເນື້ອ​ໃນ​ໄດ້​ແລກປ່ຽນ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ, ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ​ຊອບສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈະ​ສ້າງ ​ແລະ ​ເຊັນ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍບັນດາ​ເນື້ອ​ໃນ​ໄດ້​ເຕື້ອງ​ເຖິງ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງກັນຊາ​ດລະຫວ່າງສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ./.

 

ຂ່າວ/ບົດ​ອື່ນ